ທ້າວ ຟອງຄົມຈິດ ຫຼື ຕອນ ອາຍຸ 32 ປີ ຢູ່ ບ້ານສີເມືອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຖືກສານຂັ້ນຕົ້ນນະຄອນຫຼວງວຽງຈັນ ນຳຕົວມາພິຈາລະນາຕັດສິນໃນວັນທີ 15 ກັນຍານີ້, ຂໍ້ຫາລັກຊັບ ແລະ ຍັກຍອກຊັບພົນລະເມືອງ ຈຳຄຸກ 3 ປີ 6 ເດືອນ ປັບໃໝ 11.000. 000 ກີບ ແລະ ຊົດໃຊ້ເງິນໃຫ້ກັບໂຈດທາງແພ່ງຜູ້ທີ່ບໍ່ໄດ້ຊັບຄືນ.

ອົງການໄອຍະການປະຊາຊົນຖະເເຫຼງໄຈ້ແຍກການກະທໍາຜິດຕົວຈິງຂອງຈໍາເລີຍຕໍ່ຄະນະສານອາຍາຂັ້ນຕົ້ນວ່າ: ຈຳເລີຍເຄື່ອນໄຫວລັກຊັບ ດ້ວຍຮູບການງັດແງະຈໍານວນ 13 ຄັ້ງ ດ້ວຍຮູບການຂັບຂີ່ລົດຈັກຮອນດ້າສະກູບປີ້ໄອສີຂາວ ໝາຍເລກທະບຽນ ທສ 8669 ກຳແພງນະ ຄອນ ຂອງຈຳເລີຍ ຕະເວນເລາະໄປຕາມເສັ້ນທາງ, ຮ່ອມບ້ານເມື່ອພົບເຫັນເຮືອນທີ່ສັງເກດເຫັນວ່າບໍ່ມີຄົນຢູ່ ຈຶ່ງຈອດລົດໄວ້ແຄມທາງ ແລ້ວປີນຮົ້ວກຳແພງເຂົ້າໄປງັດປະຕູ້ທາງຫຼັງ ຫຼື ທາງອື່ນທີ່ສາມາດເຂົ້າໄດ້ແລ້ວກວດຄົ້ນເອົາຊັບສິນແລ້ວຫຼົບໜີ ນຳໄປຂາຍໃຫ້ກັບຄົນບໍ່ຮູ້ຊື່ຢູ່ເຂດຕະຫຼາດເຊົ້າ ເມື່ອໄດ້ເງິນກໍນຳໄປຫຼິ້ນເກມ ແລະ ຈ່າຍສ່ວນຕົວໝົດຈຳເລີຍ ເລີ່ມກໍ່ເຫດໃນເດືອນສິງຫາ 2018 ຫາ ກຸມພາ 2019 ຈຶ່ງຖືກ ກັກຕົວມາດຳເນີນຄະດີ.

ຄັ້ງທີ 1: ຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ລັກໄດ້ກະເປົາ ແຕ່ໃນເວລາກັບອອກມາເຈົ້າເຮືອນມາພົບເຫັນ ຈຶ່ງໄດ້ຖິ້ມກະເປົາແລ້ວ ຫຼົບໜີ; ຄັ້ງທີ2: ຢູ່ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ໄດ້ເງິນບາດໄທ 3.000 ບາດ, ເງິນໂດລາ 700 ໂດລາ, ເງິນອິນເດຍ 11.000, ຕາງຫູເພັດ 2 ຄູ່ ແລະ ປະຫຼັກຂາ; ຄັ້ງທີ 3: ຢູ່ເຂດບ້ານໂພນສະຫວັນເໜືອ ລັກໄດ້ໄອແພັກ 1 ໜ່ວຍ ແລະ ເງິນຢວນ 600 ຢວນ; ຄັ້ງທີ4: ເຂດບ້ານສີເມືອງ ຫາ ບ້ານທົ່ງກາງ ເມືອງສີສັດຕະນາກ ຄັ້ງນີ້ບໍ່ໄດ້ຫຍັງ; ຄັ້ງທີ 5: ຢູ່ເຂດບ້ານທົ່ງກາງ ໄດ້ສາຍຄໍຄໍາ 1 ເສັ້ນ ພ້ອມກີ້ຮູບດອກຈັນ 2 ອັນ, ຕາງຫູຄໍາຝຣັ່ງ 1 ຄູ່, ສາຍແອວທອງນາກ 1 ເສັ້ນ, ສາຍແອວເງິນ 1 ເສັ້ນ, ແລະ ກະເປົາເງິນ 1 ໜ່ວຍ; ຄັ້ງທີ 6: ຢູ່ບ້ານສະພານທອງໃຕ້ ໄດ້ເງິນໂດລາ 6.800 ໂດລາ.

ຄັ້ງທີ 7: ຢູ່ເຂດບ້ານພະໂພ ໄດ້ໂມງໃສ່ແຂນ 4 ໜ່ວຍ, ເງິນກີບ 400.000 ກີບ, ແຫວນເພັດ 1 ວົງ, ຕາງຫູຄໍາ 1 ຄູ່, ປິ່ນປັກຜົມ 1 ອ້ນ; ຄັ້ງທີ 8: ຢູ່ບ້ານພະໂພ ໄດ້ໂມງໃສ່ເເຂນ 1 ໜ່ວຍ ແຫວນເພັດ 1 ວົງ, ຕາງຫູຄໍາ 1 ຄູ່, ແຫວນຄໍາ 2 ວົງ, ກີ້ຄໍາໂອມພະ 1 ອົງ, ສາຍຄໍຄໍາຝຣັ່ງ 2 ເສັ້ນ, ສາຍຄໍຄໍາຂາວພ້ອມກີ້ພະ 1 ເສັ້ນ; ຄັ້ງທີ 9: ຢູ່ເຂດບ້ານສວນມອນ ໄດ້ສາຍຄໍເງິນ 1 ເສັ້ນ, ຕາງຫູ 2 ຄູ່, ສາຍແຂນ ປະດັບ 1 ເສັ້ນ; ຄັ້ງທີ 10: ຢູ່ເຂດບ້ານສວນມອນ ແຕ່ບໍ່ໄດ້ຫຍັງ; ຄັ້ງ ທີ 11: ຢູ່ບ້ານໂພນສະຫວັນໃຕ້ ໄດ້ໂມງໃສ່ ແຂນ 2 ໜ່ວຍ, ເງິນກີບ 400.000 ກີບ, ສາຍ ຄໍຄໍາ 1 ເສັ້ນ; ຄັ້ງທີ 12: ຢູ່ເຂດບ້ານ ດົງປ່າລານ ທົ່ງ ໄດ້ກະເປົ່າເງິນ ຈໍານວນ 3 ໜ່ວຍ, ໂມງໃສ່ ແຂນ 6 ໜ່ວຍ, ປະລັກແຂນແຂ້ວຊ້າງ 1 ເສັ້ນ; ຄັ້ງທີ 13: ຢູ່ເຂດບ້ານໂພນສີນວນ ໄດ້ໂມງໃສ່ ເເຂນ 3 ໜ່ວຍ, ແຫວນເພັດ 1 ວົງ ແລະ ຄັ້ງ ທີ 14: ເປັນການຍັກຍອກຊັບ ຈຳເລີຍໄດ້ໄປ ເຮັດວຽກຢູ່ບໍລິສັດແຫ່ງໜຶ່ງ ຕັ້ງຢູ່ບ້ານຊໍາເຄ້ ເມືອງໄຊເສດຖາ ຮັບໜ້າທີ່ຈັດຊື້ອຸປະກອນ, ທາງບໍລິສັດໄດ້ສັ່ງຊື້ຕົ້ນໄມ້, ດອກ ໄມ້, ຫີນ-ຊາຍ ແລະ ນໍ້າດື່ມ ເປັນຈໍານວນເງິນທັງໝົດ 44.063.000 ກີບ, ຫ້ອງການຈຶ່ງໄດ້ເອົາເງິນໃຫ້ ຈຳເລີຍ ໄປຊື້ພາຍຫຼັງໄດ້ເງິນແລ້ວຈຳເລີຍໄດ້ ເອົາເງິນດັ່ງກ່າວໄປໃຊ້ຈ່າຍຈົນໝົດ. ມາວັນທີ 21 ກຸມພາ 2019, ຈຶ່ງຖືກກັກຕົວມາດຳເນີນຄະດີ.

ນອກນີ້ ເຈົ້າໜ້າທີ່ໄດ້ຢຶດລົດຈັກຮອນດ້າ ສະກ໊ອບປີ້ໄອສີຂາວ ໝາຍເລກທະບຽນ ທສ 8669 ແລະ ລົດເກ໊ງໂຕໂຍຕ້າ ແຄມມາລີສີດໍາ ໝາຍເລກທະບຽນ ອອ 1116 ກໍາແພງນະຄອນ ຂອງຈໍາເລີຍ, ຈາກຫຼັກຖານທີ່ຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງຈຳ ເລີຍ ເປັນການກະທໍາຜິດທາງອາຍາໃນສະຖານການລັກຊັບ ແລະ ການຍັກຍອກຊັບຂອງພົນລະເມືອງ ທີ່ແຕະຕ້ອງຕໍ່ກໍາມະສິດສ່ວນຕົວຂອງຜູ້ອື່ນຕາມປະມວນກົດໝາຍອາຍາມາດຕາ 231,234 ຄື: ຕັດສິນຈຳຄຸກ 3 ປີ 6 ເດືອນ ປັບໃໝ 11.000.000 ກີບ ພ້ອມໃຊ້ແທນຊັບສີນທີ່ລັກ ແລະ ຍັກຍອກມາໃຫ້ຄົບຕາມຈຳນວນ.

ເຈົ້າໜ້າທີ່ສາມາດເກັບກູ້ຂອງກາງຄືນມາໄດ້ມີໂມງໃສ່ແຂນ 7 ໜ່ວຍ ສານໄດ້ສົ່ງຄືນໃຫ້ກັບເຈົ້າຂອງເດີມແລ້ວ ສ່ວນລົດຈັກ ແລະ ລົດເກັງ ຂອງຈຳເລີຍສານພິຈາລະນາສົ່ງຄືນໃຫ້ກັບຄອບຄົວຈຳເລີຍ.