ລົດຂົນໄມ້ ປີ້ນຂວາງທາງພູເກົ້າຫຼັກ ການສັນຈອນຫຍຸ້ງຍາກ

0
991

ຊ່ວຍບອກຕໍ່ໆກັນແດ່ເດີ!  ເຕືອນການເດີນທາງ: ລາຍງານຈາກປະຊາຊົນ ໃຫ້ຮູ້ໃນຕອນເຊົ້າ ວັນທີ 18 ກັນຍາ 2020 ນີ້ວ່າມີອຸບັດຕິເຫດ ລົດຂົນສົ່ງປີ້ນຂວາງທາງ  ຢູ່ທີ່ຈຸດເຂດກ້ອງບ່ອນຊົມວິວ ທາງພູເກົ້າຫຼັກ (ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພະບາງ)

ດັ່ງນັ້ນ, ຈິ່ງແຈ້ງເຕືອນໃຫ້ທຸກຄົນ ທີ່ຈະຜ່ານທາງເສັ້ນນີ້ ໃຫ້ລະມັດລະວັງ, ເພາະໄລຍະນີ້ ທຸກເສັ້ນທາງມີຄວາມສ່ຽງທີ່ອາດຈະເກີດອຸບັດຕິເຫດຕາມທ້ອງຖະໜົນໄດ້  ເນື່ອງຈາກມີຝົນ ແລະ ໝອກໜາ.