ຝຶກອົບຮົມວຽກງານຄຸ້ມຄອງຄົນຕ່າງປະເທດ ໃຫ້ປກສ 9 ຕົວເມືອງ ນວ

0
1063

ຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ (ນວ) ຈັດຝຶກອົບຮົມໄລຍະສັ້ນ ວຽກງານຄຸ້ມຄອງຄົນຕ່າງປະເທດ ຊຸດທີ l ໃຫ້ ປກສ 9 ເມືອງ ໃນວັນທີ 16 ກັນຍາ ຜ່ານມາ,ໂດຍການເປັນປະທານຂອງ ພັທ ສັງວານ ຂາວປະເສີດ ຫົວໜ້າຫ້ອງສັນຕິບານ ປກສ ນວ, ໃຫ້ກຽດເຂົ້າຮ່ວມ ຂອງ ພັອ ສຸພາ ອິນທະວົງສາ ຫົວໜ້າກົມ 207 ພ້ອມດ້ວຍ ພັອ ພີມມະສອນ ທຳມະວົງ ຮອງຫົວໜ້າກອງບັນຊາການ ປກສ ນວ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ພັທ ສັງວານ ຂາວປະເສີດ ໄດ້ໃຫ້ຮູ້ວ່າ: ການຈັດຊຸດຝຶກອົບຮົມຊຸດນີ້, ມີເຈົ້າໜ້າທີ່ຕໍາຫຼວດ ເຂົ້າຮ່ວມທັງໝົດ 150 ສະຫາຍ, ຍິງ 28 ສະຫາຍ ເຊິ່ງດໍາເນີນເປັນເວລາ 3 ວັນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ຂອງຄະນະນໍາພາ-ບັນຊາ ແລະ ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄົນຕ່າງປະເທດ ໃຫ້ເຂົ້າໃຈຈະແຈ້ງ, ລະອຽດຫຼາຍຂຶ້ນກວ່າເກົ່າ.

ຊຸດຝຶກອົບຮົມຄັ້ງນີ້, ຈະໄດ້ຮຽນຮູ້ 8 ເອກະສານສໍາຄັນ ເປັນຕົ້ນ ເອກະສານພາລະບົດບາດ ກົມ 207, ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ, ເອກະສານການຫັນກໍາລັງ ລົງກໍ່ສ້າງຮາກຖານການເມືອງຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນນະຄອນຫຼວງວຽງຈັນ, ເອກະສານວຽກງານຄົ້ນຄວ້າຂໍແຕ່ງດອງ ແລະ ຂໍຢູ່ລາວຖາວອນ ແລະອື່ນໆ.

ແຫຼ່ງຂ່າວ ປກສ ນະຄອນຫຼວງວຽງຈັນ