ຮອງເຈົ້າຄອງ ນວ ລົງຕິດຕາມການແກ້ໄຂຊຸມສາຍໃນ 3ເສັ້ນທາງ

0
965

ວັນ​ທີ 16 ກັນຍາ ຜ່ານມາ, ທ່ານ ພູ​ຂົງ ບັນ​ນາ​ວົງ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ (ນວ) ຫົວໜ້າ​ພະ​ແນກ​ແຜນ ການ ແລະ ການ​ລົງທຶນ ນວ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ຕິດຕາມ​ການ​ເຮັດ​ທົດ​ລອງ​ການ​ແກ້​ໄຂ​ຊຸມ​ສາຍ ​ຢູ່​ນະຄອນ ຫຼວງ​ວຽງ​ຈັນ ໃນ 3 ເສັ້ນທາງ ເພື່ອ​ລົງ​ກວດກາ​ຕິດ ຕາມ​ເບີ່ງ​ການ​ເຮັດ​ທົດ​ລອງ​ ໃນ​ວຽກ​ງານ​ດັ່ງກ່າວ​ຕາມ​ເຕັກນິກ​ຂອງ​ແຕ່​ລະ​ບໍລິສັດ.

 ສຳລັບ​ການ​ເຮັດ​ທົດ​ລອງ​ແກ້​ໄຂ​ຊຸມ​ສາຍ​ໃນ​ຄັ້ງ​ນີ້ ໄດ້​ດຳເນີນ​ໃນ 3 ເສັ້ນທາງ​ ຄື: ເສັ້ນທາງ 23 ສິງຫາ ນັບ​ແຕ່ ປະຕູ​ໄຊ ຫາ ກະຊວງ​ການ​ເງິນ ແລະ ເສັ້ນ​ໄກສອນ ພົມວິຫານ ນັບ​ແຕ່​ປະຕູ​ໄຊ ຫາ​ ສີ່​ແຍກ​ໄຟ​ແດງ​ໂພນ​ສະອາດ ມີ​ຄວາມ​ຍາວ​ປະມານ 500 ແມັດ ມີ​ສອງ​ບໍລິສັດ​ທີ່​ຮັບ ຜິດ ຊອບ ຄື ຈຸດ​ທຳ​ອິດ​ແມ່ນ​ບໍລິສັດ​ເຄ​ທີ​ສາມາດ​ພັດທະນາ​ຈຳກັດ​ຜູ້​ດຽວ ແລະ ຈຸດ​ທີ 2 ບໍລິສັດ​ລາວ ​ກໍ່ສ້າງ​ຕິດ​ຕັ້ງ​ໂທລະ​ຄົມ​ ຈຳກັດ​ຜູ້​ດຽວ ເຊິ່ງ​ສອງ​ບໍລິສັດ​ ໄດ້​ມີ​ການ​ມ້ຽນ​ມັດ​ສາຍ​ໃນ​ແບບ​ຄ້າຍຄື​ກັນ ເປັນຕົ້ນ ເກັບ​ກູ້​ສາຍ​ທີ່​ຂາດ​ອອກ​ຈາກ​ກຸ່ມ​ແລວ​ສາຍ ປົດ​ອຸປະກອນ​ທີ່​ບໍ່​ໄດ້​ໃຊ້​ອອກ​ຈາກ​ເສົາ ແລະ ຕັດ​ງ່າໄມ້​ຕາມ​ແລວ​ສາຍ​ອອກຕິດ​ຕັ້ງ​ອຸປະກອນ​ຄອນ​ສາຍ​ຕິດ​ໃສ່​ເສົາ ໄຈ້​ແຍກ​ສາຍ​ໄຍ​ແກ້ວ ແລະ ສາຍ​ໂທລະສັບ​ຕັ້ງ​ໂຕະ, ສາຍອິນ​ເຕີ​ເນັດ​ໃຫ້​ເປັນ​ກຸ່ມ ເຄັ່ງສາຍ​ທີ່​ໂຕ່ງ​ຍານ ແລະ ມັດ​ລວມ​ກຸ່ມ​ສາຍ​ເປັນ​ຍ່ານ​ໃຫ້​ເປັນ​ລະບຽບ ເກັບ​ມ້ຽນ​ສາຍ ແລະ ຫົວຕໍ່​ຢູ່​ເສົາ​ໃຫ້​ຈົບງາມ ແລະ ໝັ້ນຄົງ ເຊິ່ງ​ທັງ​ສອງ​ບໍລິສັດ ​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ຄື​ກັນ​ ແຕ່​ແຕກ​ຕ່າງ​ກັນ​ຢູ່​ທາງ​ດ້ານ​ເຕັກ ນິກ ແລະ ອຸປະກອນ​ທີ່​ນຳ​ໃຊ້.

ສ່ວນ​ຈຸດ​ທີ​ສາມ ​ເລີ່ມ​ແຕ່​ເສັ້ນທາງ​ໜ້າ​ຫໍຄຳ ຫາ ສີ່​ແຍກ​ໂຮງໝໍ​ມະໂຫສົດ ມີ​ຄວາມ​ຍາວ​ປະມານ 200 ແມັດ ບໍລິສັດ​ທີ໋​ຊ໋ອບ​ໂປຣ​ແກຣມ ດິ​ວິ​ລ໋ອບ​ເມັນ​ ຈຳກັດ​ຜູ້​ດຽວ ຈັດ​ຕັ້ງ​ປະຕິບັດ​ຕ່າງ​ຈາກ​ສອງ​ຈຸດ​ ທີ່​ຜ່ານ​ ມາ ຄື: ໄດ້​ນຳ​ໃຊ້​ອຸປະກອນ​ຄອນ​ສາຍ​ ແມ່ນ​ໄດ້​ຫຸ້ມ​ຊະ​ນວນ​ກັນ​ໄຟຟ້າ​ຊ໊ອດ ນຳ​ໃຊ້​ຮູບ​ແບບ​ຕິດ​ຕັ້ງ​ຄອນ​ສາຍ ແລ້ວ​ແຍກ​ເປັນ​ເສັ້ນ​ຈັບ​ໃສ່​ຄອນ​ສາຍ ເຊິ່ງ​ໄດ້​ຖືກ​ຮອງ​ຮັບ​ມາດຕະຖານ​ສາກົນ ໃນ​ການ​ເຮັດ​ທົດ​ລອງ​ໃນ 3 ເສັ້ນທາງ​ນີ້ ແມ່ນ​ໄດ້​ເຮັດ​ສຳເລັດ​ຕາມ​ແຜນການ. ພາຍຫຼັງ​ສຳເລັດ​ການ​ເຮັດ​ທົດ​ລອງ​ໃນ​ຄັ້ງ​ນີ້ ຄະນະ​ຮັບຜິດຊອບ​ ຈະ​ໄດ້​ຈັດ​ກອງ​ປະ ຊຸມຄົ້ນຄວ້າ ເພື່ອ​ຮັບຮອງ​ຄັດ​ເລືອກ​ເອົາ​ບໍລິສັດ​ທີ່​ມີ​ມາດຕະຖານ​ເຕັກນິກ ເພື່ອ​ສືບຕໍ່​​ດຳເນີນ​ການ​ແກ້​ໄຂ​ບັນຫາ​ຊຸມ​ສາຍ​ໃນ ນວ ໃນຕໍ່ໜ້າ.