ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກັນຍາ

0
1059

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກັນຍາ 2020 ໄດ້ເປີດໃນຕອນເຊົ້າ ວັນທີ 17 ແລະ ປິດລົງໃນຕອນແລງ ວັນທີ 18 ກັນ ຍາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາເອກະສານສໍາຄັນ ດັ່ງນີ້: 1. ກອງປະຊຸມ ໄດ້ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ແລະ ຕ່າງປະ  ເທດ, ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19. ຕໍ່ກັບສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະ ກົດການຫຍໍ້ທໍ້ໍໃນສັງຄົມ, ແກ້ໄຂບັນຫາອຸບັດຕິເຫດຕາມທ້ອງຖະໜົນ, ສື່ມວນຊົນລາວ ຕ້ອງເປັນກະບອກສຽງທີ່ແຫຼມຄົມ ເພື່ອຕອບຕ້ານການອອກຂ່າວທີ່ບໍ່ມີມູນຄວາມຈິງ ຫຼື ໃສ່ຮ້າຍປ້າຍສີ. ກ່ຽວກັບສະພາບການຂອງສາກົນ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະອຽດ ເຖິງຜົນກະທົບທີ່ອາດມີຕໍ່ປະເທດເຮົາ ເພື່ອກຳນົດນະໂຍບາຍໃຫ້ສອດຄ່ອງກັບສະພາບປັດຈຸບັນ. ສຳລັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການ ແພ່ລະບາດຂອງພະໂຄວິດ-19 ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຈັດຕັ້ງປະຕິບັດມາດຕະການຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວແຜ່ລາມ ແລະ ສ້າງຄວາມເສຍຫາຍໃຫ້ແກ່ສຸຂະພາບ, ຊີວິດ ແລະ ຊັບສິນ ຂອງພົນລະເມືອງລາວ, ພ້ອມກັນນັ້ນ ກໍແກ້ ໄຂບັນຫາການແພ່ລະບາດ ພະຍາດໄຂ້ເລືອດອອກ ໃຫ້ທັນການ.

2. ກອງປະຊຸມ ເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານ ກ່ຽວກັບການຊຸກຍູ້ການຈັດເກັບລາຍຮັບ ແລະ ການຈັດຕັ້ງປະຕິບັດແຜນງົບປະມານໃນໄລຍະທ້າຍປີ 2020. ມອບໃຫ້ກະຊວງການເງິນ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນສືບຕໍ່ສູ້ຊົນເກັບລາຍຮັບ ໃຫ້ບັນລຸຕາມຕົວເລກທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ກະກຽມລາຍງານຕໍ່ກອງປະຊຸມກົມການເມືອງໃນທ້າຍເດືອນກັນ ຍາ 2020ນີ້; 3. ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮ່າງບົດສະຫຼຸການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 6 ເດືອນຕົ້ນປີ, ຄາດຄະເນ 9 ເດືອນ ແລະ ໝົດປີ, ວຽກຈຸດສຸມ 3 ເດືອນທ້າຍປີ ແລະ ຮ່າງແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດປະຈໍາ ປີ 2021. ກອງປະຊຸມ ມອບໃຫ້ກະຊວງແຜນການ ແລະ ການລົງທຶນສົມທົບກັບ ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງບົດລາຍງານສະ ບັບດັ່ງກ່າວ ໃຫ້ເປັນການສະຫຼຸບ 9 ເດືອນ ແລະ ຄາດຄະເນແຜນວຽກຈຸດສຸມ 3 ເດືອນທ້າຍປີ 2020 ແລະ ປັບປຸງຄືນບັນດາຕົວເລກຄາດ ໝາຍ ຂອງຂະແໜງການ ໂດຍຍົກໃຫ້ເຫັນຜົນສໍາເລັດ ແລະ ຂໍ້ຄົງຄ້າງ ຂອງມະຕິ 7,8,9 ແລະ ມະຕິ 10 ເພື່ອກະກຽມລາຍງານຕໍ່ກອງປະ ຊຸມກົມການເມືອງສູນກາງພັກ ໃນທ້າຍເດືອນກັນຍາ ແລະ ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ໃນກາງເດືອນຕຸລາ 2020.
4. ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາແຜນແມ່ບົດເສດຖະກິດ ດີຈີຕອນ ແຫ່ງຊາດ 5 ປີ (2021-2025), ຊຶ່ງເສດຖະກິດດີຈີຕອນ ແມ່ນເສດຖະກິດຮູບແບບໃໝ່ ບົນພື້ນຖານທີ່ມີການນໍາໃຊ້ເຕັກໂນໂລຊີດີຈີຕອນ (Internet) ເປັນເຄື່ອງມືໃນການຂັບເຄື່ອນການພັດທະນາວຽກງານຕ່າງໆ, ເພີ່ມປະສິດທິພາບ-ປະສິດທິຜົນ ຂອງວຽກງານທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ ແລະ ປອດໄພ, ສ້າງມູນຄ່າເພີ່ມໃຫ້ແກ່ການຜະລິດ, ການຄ້າ ແລະ ການບໍລິການຕ່າງໆ ເພື່ອສ້າງໂອກາດທາງທຸລະກິດ ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຶ່ງເປັນຄວາມຈຳເປັນພາວະວິໄສ ທີ່ພວກເຮົາຕ້ອງໄດ້ປັບຕົວໄປຕາມຍຸກສະໄໝ, ສາມາດແຂ່ງຂັນໄດ້. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດສະບັບດັ່ງກ່າວ ແລະ ມອບໃຫ້ກະຊວງໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຄືນໂຄງສ້າງ, ເນື້ອໃນ ແລະ ບາງຄໍາສັບໃຫ້ລະອຽດ, ຈະແຈ້ງໂດຍກໍານົດເປັນແຜນແມ່ບົດ 5 ປີ, ເປັນແຜນຍຸດທະສາດ 10 ປີ ແລະ ວິໄສທັດ 20 ປີ. ພ້ອມນີ້, ໃຫ້ກວດກາຄືນບັນດານິຕິກໍາ ທີ່ໄດ້ປະກາດນໍາໃຊ້ໃນໄລຍະຜ່ານມາ ເພື່ອໃຫ້ມີຄວາມສອດຄ່ອງກົມກຽວກັນ ແລະ ບັນຫາອື່ນໆ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະ ບານ ພ້ອມນັ້ນ, ກໍໃຫ້ຄົ້ນຄວ້າສ້າງນິຕິກໍາ ເຊັ່ນ ດໍາລັດ ຂອງນາຍົກ ເພື່ອເປັນບ່ອນອີງໃນການຄຸ້ມຄອງການຈັດຕັ້ງປະຕິບັດ ແລ້ວນໍາໄປຜ່ານກອງປະຊຸມກົມການເມືອງສູນກາງພັກ ພິຈາລະນາຮັບຮອງ.
5. ສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ພະນັກງານ-ລັດຖະກອນ ປະຈໍາປີ 2020 ແລະ ແຜນຄວາມຕ້ອງ ການລັດຖະກອນໃໝ່ ປະຈໍາປີ 2021. ກອງປະຊຸມເຫັນດີ ດ້ານຫລັກການ ຮັບເອົາຕົວເລກລັດຖະກອນໃໝ່ (ໂກຕາ) ປີ 2021 ຕາມການສະເໜີຂອງກະຊວງພາຍ ໃນ ເພື່ອໃຫ້ສອດຄ່ອງກັບການປັບປຸງກົງຈັກໃຫ້ກະທັດຮັດ, ສົມເຫດສົມຜົນ, ສົມຄູ່ກັບການກໍານົດຕໍາແໜ່ງການ. ພ້ອມກັນນີ້, ໃຫ້ກະຊວງພາຍໃນ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຈັດແບ່ງຕົວເລກໃຫ້ຂະແໜງການ ແລະ ທ້ອງຖິ່ນຕາມຄວາມເໝາະສົມ, ຈາກນັ້ນ ໃຫ້ນໍາມາພິຈາລະນາໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ. ນອກຈາກນີ້, ເພື່ອຕອບສະໜອງຄວາມຕ້ອງການດ້ານບຸກຄະລາກອນຄູ ແລະ ແພດໝໍ ໃຫ້ພວກສ່ວນກ່ຽວຂ້ອງຄົ້ນຄວ້າສ້າງກອງທືນ ເພື່ອຊຸກຍູ້ຄູອາສາສະໝັກ ແລະ ແພດຝຶກຫັດ ໂດຍບໍ່ມີພັນທະ ຫຼື ຄໍາໝັ້ນສັນຍາ ຮັບເຂົ້າເປັນລັດຖະກອນ ຊຶ່ງຈະຊ່ວຍແກ້ໄຂຄວາມຕ້ອງພະນັກງານໄດ້ໃນລະດັບທີ່ແນ່ນອນ; 6. ຮ່າງຍຸດທະສາດແຫ່ງຊາດ ເພື່ອການສົ່ງເສີມວຽກເຮັດງານທໍາໃນຊົນນະບົດ: ຈຸດປະສົງ ເພື່ອສົ່ງເສີມການສ້າງວຽກເຮັດງານທໍາ ຂອງການພັດທະນາເສດຖະກິດ ທັງພາກລັດ ແລະ ເອກະ ຊົນ ເຮັດໃຫ້ແຮງງານທີ່ວ່າງງານ, ແຮງງານທີ່ເຮັດວຽກ ເພື່ອການຊົມໃຊ້ໃນຄົວເຮືອນ ມີວຽກເຮັດງານທໍາທີ່ໝັ້ນຄົງ, ມີຜະລິດຕະພາບແຮງ ງານ, ມີລາຍຮັບສູງຂຶ້ນ, ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຫຼຸດຜ່ອນຄວາມທຸກຍາກ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຢູ່ຊົນ ນະບົດຂອງປະເທດເຮົາ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ຊຶ່ງກອງປະຊຸມໄດ້ມີທິດຊີ້ນຳໃຫ້ກະ ຊວງແຮງງານ ແລະ ສະຫວັດ ດີການສັງຄົມ ນຳ ໄປປັບປຸງຄືນບາງດ້ານຕື່ມ ເປັນຕົ້ນ ໂຄງຮ່າງບົດ ໃຫ້ເປັນລະບົບຄົບຊຸດ ກວມເອົາທຸກດ້ານທີ່ກ່ຽວຂ້ອງ, ເນື້ອໃນບົດໃຫ້ກະທັດຮັດ, ກຳ ນົດຈຸດປະສົງ ແລະ ຄາດໝາຍ ໃຫ້ຈະແຈ້ງໂດຍສ່ອງແສງໄດ້ ຈິດໃຈທີ່ຢາກປະຕິບັດ, ການກຳ ນົດກິດຈະກຳ ຫຼື ໂຄງການ ແມ່ນໃຫ້ສົ່ງເສີມດ້ານທີ່ມີທ່າແຮງ ແລະ ສາມາດປະຕິບັດໄດ້, ກຳນົດທິດທາງ ແລະ ໜ້າທີ່ລວມ ໃຫ້ຖືກທິດການພັດທະນາ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາໃນແຕ່ລະໄລຍະ, ດ້ານທີ່ຕັ້ງຕ້ອງໃຫ້ຊົນນະບົດ ໄດ້ຮັບຜົນປະໂຫຍດ, ພ້ອມນີ້ ກໍໃຫ້ມີການກຳນົດແຜນການຄຸ້ມຄອງດ້ານຕ່າງໆ ໂດຍສະເພາະ ແຮງງານ, ຜູ້ມີສ່ວນຮ່ວມໃນການພັດທະນາ.