ແຈ້ງເຕືອນ ພາຍຸໝູນເຂດຮ້ອນ ປະຈຳວັນທີ 19 ກັນຍາ

0
999

ພາຍຸໝຸນເຂດຮ້ອນ ໂນອຶນ (Noul) ໄດ້ອ່ອນກຳລັງລົງເປັນພາຍຸດີເປຼຊັນ, ເຊິ່ງໃນເວລາ 7:00 ໂມງເຊົ້າຂອງມື້ນີ້ ມີຈຸດສູນກາງ ຢູ່ເສັ້ນຂະ ໜານ ທີ 17,6 ອົງສາເໜືອ ແລະ ເສັ້້ນແວງ 99,8 ອົງສາຕາເວັນ  ພວມເຄື່ອນທີ່ໄປທາງທິດ ຕາເວັນ ຕົກສຽງເໜືອ ດ້ວຍຄວາມໄວ 30 ກິ ໂລແມັດ ຕໍ່ຊົ່ວໂມງ, ເຊິ່ງຍັງຈະເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມຈະມີລົມພັດແຮງ ຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 19-20 ກັນຍາ 2020 ນີີ້. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໃສຢູ່ບັນດາແຂວງ ພາກເໜືອ, ພາກກາງ ແລະ ພາກໃຕ້ ເຊັ່ນ: ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້, ກໍໃຫ້ຕິດຕາມ ການແຈ້ງເຕືອນໄພ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.