ປະກາດນໍາສົ່ງນາຍ ແລະ ພົນຕໍາຫຼວດ 56 ສະຫາຍ ໄປຍົກລະດັບວິຊາສະເພາະ

0
961

ວັນທີ 17 ກັນຍາ ຜ່ານມາ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ຈັດພິທີປະກາດນໍາສົ່ງນາຍ ແລະ ພົນຕໍາຫຼວດ ຢູ່ບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ ທີ່ຂຶ້ນກັບ ຈໍານວນ 56 ສະຫາຍ ໄປຍົກລະດັບຄວາມຮູ້ດ້ານວິຊາສະເພາະ. ໂດຍການເປັນປະທານຂອງ ພັທ ຈໍາປາ ແສງສຸລິຍາ ຮອງຫົວໜ້າຫ້ອງການເມືອງ ປກສ ນະຄອນຫຼວງວຽງຈັນ, ມີບັນດານາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການຕົກລົງໄປຍົກລະດັບວິຊາສະເພາະ ເຂົ້າຮ່ວມ.

ໃນພິທີ, ພັຕ ສີນະຄອນ ສີສຸພັນ ຮອງຫົວໜ້າພະແນກຈັດຕັ້ງ ຫ້ອງການເມືອງ ປກສ ນວ ໄດ້ຜ່ານໜັງສື ນໍາສົ່ງສະບັບເລກທີ 975-979/ ປກສ ນວ, ລົງວັນທີ 17 ກັນຍາ 2020 ແລະ ໜັງສືນໍາສົ່ງເລກທີ 973/ປກສ ນວ, ລົງວັນທີ 16 ກັນຍາ 2020.ໃນນີ້, ໄດ້ນໍາສົ່ງນາຍ ແລະ ພົນຕໍາຫຼວດ ໂຮງຮຽນວິທະຍາຄານ ສັນຕິບານປະຊາຊົນ ຈໍານວນ 19 ສະ ຫາຍ, ຍິງ 4 ສະຫາຍ; ເຊິ່ງມີທຶນແບ່ງປັນ ຈໍານວນ 13 ສະ ຫາຍ, ຍິງ 3 ສະຫາຍ, ມີລະບົບ ປະລິນຍາໂທ 1 ສະ ຫາຍ, ລະບົບຕໍ່ເນື່ອງ ປະລິນຍາຕີ 5 ສະຫາຍ, ປະລິນຍາຕີ 7 ສະຫາຍ ແລະ ທຶນນະໂຍບາຍ ຈໍານວນ 6 ສະຫາຍ ຍິງ 1 ສະຫາຍ, ມີລະບົບຕໍ່ເນື່ອງ ປະລິນຍາຕີ 2 ສະຫາຍ ແລະ ລະບົບປະລິນຍາຕີ 4 ສະຫາຍ; ໄປຍົກລະດັບຊັ້ນສູງ ຢູ່ໂຮງ ຮຽນປກສ ຊັ້ນກາງເລກ III ແຂວງສະຫວັນນະເຂດ ຈໍານວນ 16 ສະຫາຍ, ຍິງ 5 ສະຫາຍ ເຊິ່ງເປັນທຶນແບ່ງ ປັນ ຈໍານວນ 12 ສະ ຫາຍ, ຍິງ 4 ສະຫາຍ ແລະ ທຶນນະໂຍບາຍ 4 ສະຫາຍ ຍິງ 1 ສະຫາຍ; ໄປຍົກລະດັບຊັ້ນສູງ ຢູ່ໂຮງ ຮຽນ ປກສ ຊັ້ນສູງເລກ II ກອງບັນຊາ ການ ປກສ ແຂວງຫຼວງພະບາງ ຈໍານວນ 15 ສະຫາຍ, ຍິງ 4 ສະຫາຍ; ເຊິ່ງມີທຶນແບ່ງປັນ 10 ສະຫາຍ ຍິງ 4 ສະຫາຍ ແລະ ທຶນນະໂຍບາຍ 5 ສະຫາຍ; ໄປຍົກລະດັບທິດສະດີການເມືອງຊັ້ນສູງ ຢູ່ໂຮງຮຽນທິດສະດີການເມືອງ ປ້ອງກັນຄວາມສະຫງົບ ຈໍານວນ 3 ສະຫາຍ ເປັນທຶນແບ່ງປັນ 2 ສະຫາຍ, ຍິງ 1 ແລະ ທຶນນະໂຍບາຍ 1 ສະຫາຍ ແລະ ໄປຍົກລະດັບຢູ່ວິທະຍາຄານ ຕໍາຫຼວດປະຊາຊົນຈໍານວນ 3 ສະຫາຍ ເປັນທຶນນະໂຍ ບາຍ ຈໍານວນ 2 ສະຫາຍ ( ລະດັບປະລິນຍາໂທ ) ແລະ ທຶນແບ່ງປັນ 1 ສະຫາຍ ( ລະດັບປະລິນຍາຕີ ).


ໃນຕອນທ້າຍ, ພັທ ຈໍາປາ ແສງສຸລິຍາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ນວ ຍັງໄດ້ເນັ້ນໃຫ້ ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການໄປຍົກລະດັບວິຊາສະເພາະໃນຊຸດນີ້  ໃຫ້ເອົາໃຈໃສ່ຄົ້ນຄວ້າຊອກຮູ້ຮໍ່າຮຽນໃຫ້ສໍາເລັດ ໂດຍສະເພາະດ້ານຄຸນທາດການເມືອງ, ເອົາໃຈໃສ່ດ້ານວິຊາສະເພາະ ໃນເວລາສຶກສາຮໍ່າຮຽນ ເມື່ອຈົບອອກມາຕ້ອງໃຫ້ມີປະສິດຕິພາບ ແລະ ຄຸນນະພາບ, ສາມາດເອົາມານໍາໃຊ້ໃນວຽກງານຕົວຈິງ, ເອົາໃຈໃສ່ປະຕິບັດລະບຽບວິໄນ ຂອງໂຮງຮຽນວາງອອກຢ່າງເຂັ້ມງວດ, ບໍ່ໃຫ້ທ່ຽວຫຼິ້ນກິນຟຸມເຟືອຍ ແລະ ພົວພັນສັງຄົມທີ່ບໍ່ຖືກຕ້ອງ, ເພີ່ມທະວີເອົາ ໃຈໃສ່ປະຕິບັດລະບຽບວິໄນ ຂອງກໍາລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ພ້ອມທັງໃຫ້ຮັກສາໄດ້ຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນກວ້າງຂວາງຫຼາຍຂຶ້ນກ່ວາເກົ່າ.

ແຫຼ່ງຂ່າວ: ປກສ ນະຄອນຫຼວງວຽງຈັນ.