ຮອງຫົວໜ້າພະແນກ ຮສສ ລົງຊຸກຍູ້ວຽກງານເກັບກູ້ລະເບີດ ຢູ່ພາກສະໜາມ

0
1056

ວັນທີ 17 ກັນຍາ ຜ່ານມາ, ທ່ານ ອົບມາ ລາດຕະກຸນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ, ພ້ອມ ທ່ານ ວິຊຽນ ນ້ອຍມະໄລພັນ ວ່າການແທນຫົວໜ້າຫ້ອງການ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາແຂວງເຊກອງ ແລະ ຄະນະໄດ້ລົງເຄື່ອນໄຫວຊຸກຍູ້ ການຈັດຕັ້ງປະຕິບັດວຽກງານເກັບກູ້ລະເບີດ ຢູ່ພາກສະໝາມ (1) ບ້ານປາກປູນ ເພື່ອເປັນການໃຫ້ກໍາລັງໃຈ, ຕິດຕາມກວດກາຄືນການນໍາໃຊ້ອຸປະກອນຮັບໃຊ້ ແລະແບບແຜນການຈັດຕັ້ງປະຕິບັດວຽກງານຖືກຕ້ອງຕາມຂັ້ນຕອນ ແລະ ບົດຮຽນທີ່ໄດ້ຮຽນມາແລ້ວຫຼືບໍ.

ໃນໂອກາດດັ່ງກ່າວ, ທ່ານ ວຽງພອນ ສີລາເສດ ຫົວໜ້າທິມງານເກັບກູ້ລະເບີດ ພາກສະໜາມ (1) ລາຍງານວ່າ: ທິມງານພວກເຮົາໄດ້ເລີ່ມລົງມືສໍາຫຼວດ ມາແຕ່ວັນທີ 1 ກັນຍາ ໃນເນື້ອທີ່ສຳຫຼວດທັງໝົດ 1,2 ເຮັກຕາ, ຮອດປັດຈຸບັນ ໄດ້ສໍາຫຼວດໄປແລ້ວ 0,7 ເຮັກຕາ, ກວດພົບລູກປືນໃຫຍ່ 20ມມ ຈຳນວນ 10 ລູກ ແລະ ລູກບົມບີຈຳນວນ 74 ລູກ ຊະນິດ (BLU26 ) ທີ່ບໍ່ທັນແຕກໄດ້ທໍາລາຍຖີ້ມກັບທີ່ແລ້ວ, ຄາດ ວ່າ ການສຳຫຼວດ ແລະ ເກັບກູ້ ແມ່ນຈະໃຫ້ສຳເລັດທ້າຍເດືອນນີ້, ໃນເນື້ອທີ່ ຍັງບໍ່ທັນສຳຫຼວດ 0,5 ເຮັກຕາ.

ໃນໂອກາດນີ້, ທ່ານຮອງຫົວໜ້າພະແນກ ຮສສ ແຂວງເຊກອງ ໄດ້ມີຄໍາເຫັນ ໂດຍຍ້ອງຍໍຊົມຕໍ່ຜົນງານ ທີ່ທິມງານພາກ ສະໝາມຍາດມາໄດ້ ແລະ ເນັ້ນໃຫ້ທິມງານເກັບກູ້ລະເບີດພາກສະໜາມ ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ, ເອົາໃຈໃສ່ປະຕິບັດໜ້າທີ່ຄວາມຮັບຜິດຊອບໃຫ້ສູງຂຶ້ນ,ປະຕິບັດວຽກງານດ້ວຍຄວາມລະມັດ ລະວັງ, ເຮັດໃຫ້ຖືກຕາມຂັ້ນຕອນຂອງບົດຮຽນ ແລະ ສິ່ງສໍາຄັນ ແມ່ນກວດກາພື້ນທີ່ໃຫ້ລະ ອຽດ ແລະ ສໍາເລັດຕາມເປົ້າໝາຍແຜນການ ເພື່ອແນໃສ່ເຮັດໃຫ້ປະຊາຊົນໃນເຂດດັ່ງກ່າວ ໄດ້ນຳໃຊ້ທີ່ດິນທຳການຜະລິດດ້ວຍຄວາມປອດໄພ.