ຫຼາຍບ້ານ ພາຍໃນເມືອງຊະນະສົມບູນ ໄດ້ຮັບຜົນກະທົບຈາກພາຍຸໂນອຶນ

0
1294

ພາຍຫຼັງທີ່ລົມພາຍຸໝູນເຂດຮ້ອນ ( ໂນອຶນ ) ພັດຜ່ານເມືອງຊະນະສົມບູນ ແຂວງຈຳປາສັກ ໃນວັນທີ 18 ກັນຍາ ທີ່ຜ່ານມາ, ເຮັດໃຫ້ຫຼາຍບ້ານພາຍໃນເມືອງ ໄດ້ຮັບຜົນກະທົບໜັກພໍສົມຄວນ ເນື່ອງຈາກອິດທິພົນຂອງລົມພາຍຸດັ່ງກ່າວ ກໍໃຫ້ເກີດມີສະພາບຝົນຕົກໜັກສະສົມກັນ ເປັນເວລາຫຼາຍຊົ່ວໂມງ ແລະ ເຮັດໃຫ້ລະດັບແມ່ນ້ຳຂອງ ແລະ ແມ່ນ້ຳເຊໂດນ ມີປະ ລິມານ ເພີ່ມຂຶ້ນສູງຢ່າງໄວວາ ໄຫຼເຂົ້າຖ້ວມເນື້ອທີ່ການຜະລິດຂອງພໍ່ແມ່ປະຊາຊົນ ແລະ ເຮັດໃຫ້ເສັ້ນເປ່ເພ ເສຍຫາຍ ໂດຍສະເພາະ ຢູ່ບ້ານພັດທະນະຄີລີ ກຸ່ມ II ເມືອງຊະນະສົມບູນ.

 ທ່ານ ທອງຄໍາ ດວງບຸຜາວົງ ຮອງນາຍບ້ານພັດທະນາຄີລີ ໃຫ້ສຳພາດ ໃນວັນທີ 19 ກັນຍາ 2020 ວ່າ: ບ້ານພັດທະ ນາຄີລີ ປະກອບມີ 2 ຄຸ້ມໃຫ່ຍ ຄື: ຄຸ້ມ ຄີລີ ແລະ ຄຸ້ມຄຳຢາດ, ພາຍຫຼັງທີ່ໄດ້ເກິດມີຝົນຕົກໜັກ ຈາກອິດທິພົນຂອງລົມພາຍຸໝູນເຂດຮ້ອນ ( ໂນອຶນ ) ທີ່ໄດ້ພັດຜ່ານໃນຄືນວັນທີ 17 – 18 ກັນຍາ 2020​, ເຮັດໃຫ້ນ້ຳຫ້ວຍຫຼາຍສາຍ ສົມທົບກັບ ນ້ຳເຊໂດນ ຈົນມີນ້ຳປະລິມານເພີ່ມສູງຂຶ້ນຢ່າງໄວວາ ແລະ ໄຫຼຖ້ວມເນື້ອທີ່ການຜະລິດເຂົ້ານາປີ ທີ່ຕົ້ນເຂົ້າພວມກຳລັງໃກ້ທີ່ຈະເກັບກ່ຽ ຢູ່ພາຍໃນ 2 ຄຸ້ມບ້ານ ຖຶກນ້ຳຖ້ວມ ກວ່າ 50 ເຮັກຕາ ແລະ ຍັງມີໜອງປາ ໄດ້ຮັບຜົນກະທົບຫຼາຍຄອບຄົວ ,ສຳລັບສັດລ້ຽງຂອງພໍ່ແມ່ຊາຊົນ ປະເພດ, ງົວ,ຄວາຍ ແລະ ປະເພດອື່ນໆ ໄດ້ເຄື່ອນຍ້າຍຂຶ້ນມາຢູ່ຈຸດທີ່ປອດໄພ.

ນອກນັ້ນ, ລະບົບການສັນການຈອນໄປມາ ພາຍໃນບ້ານ ຍັງໄດ້ພົບຄວາມຫຍຸ້ງຍາກ ເນື່ອງຈາກເສັ້ນເຂົ້າບ້ານດັ່ງກ່າວໄລຍະຍາວກວ່າ 1 ກິ ໂລແມັດ  ໄດ້ຖຶກນ້ຳຖ້ວມສູງ ປະມານ 1 ແມັດ ເຮັດໃຫ້ລົດຈັກ ແລະ ລົດໃຫ່ຍ ບໍ່ສາມາດທຽວໄດ້​  ຈຳເປັນຕ້ອງນຳໃຊ້ເຮືອຈັກ ແລະ ເຮືອພາຍ ເປັນພາຫະນະນຳສົ່ງແທນ ເພື່ອອຳນວຍຄວາມສະດວກ.

ປັດຈຸບັນຄະນະສະເພາະກິດປ້ອງກັນ ແລະ ຄອບຄຸມໄພພິບັດຂັ້ນເມືອງ ອອກແຈ້ງການ ແລະ ໄດ້ສົມທົບກັບອຳນາດການປົກ ຄອງບ້ານທົ່ວເມືອງ ເພື່ອເຝົ້າລະວັງ ແລະ ຕິດຕາມ ສະພາບລະນ້ຳຢ່າງໃກ້ຊິດ ພ້ອມທັງກະກຽມແຜນຮັບມື.ສຳລັບປະລິມານ ລະດັບນ້ຳເຊໂດນ ນັບແຕ່ເວ ລາ 11:00 ໂມງຂອງວັນທີ 19 ກັນຍາ ນີ້, ຢູ່ທີ່ຈຸດວັດແທກນ້ຳ ບ້ານຄີລີ ວັດແທກໄດ້11,10 ແມັດ ແລະ ເພີ່ມຂຶ້ນ ຈາກເດີມ 10 ຊັງຕີ ແມັດ

ພາບ-ຂ່າວ ໂດຍ: ທ.ແຫຼມ ຖວທ ເມືອງຊະນະສົມບູນ