ປກສ ແຂວງຄຳມ່ວນ ປະກາດເລື່ອນຊັ້ນໃຫ້
ປກສ ແຂວງຄຳມ່ວນ ປະກາດເລື່ອນຊັ້ນ

ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ ປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕຳຫຼວດ ໃນວັນທີ 17 ກັນຍາ 2020, ປະດັບຊັ້ນໂດຍ ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກກອງບັນຊາການ; ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງ ຕະຫຼອດຮອດພະນັກງານ-ນັກຮົບທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນນີ້, ມີເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 27 ສະຫາຍ ຍິງ 1 ສະຫາຍ; ຮ້ອຍເອກ ຂຶ້ນ ພັນຕີ 14 ສະຫາຍ ຍິງ 1 ສະຫາຍ; ຮ້ອຍຕີ ຂຶ້ນ ຮ້ອຍໂທ 45 ສະ ຫາຍ ຍິງ 15 ສະຫາຍ; ວາທີ ຂຶ້ນ ຮ້ອຍຕີ 32 ສະຫາຍ ຍິງ 5 ສະຫາຍ; ສິບເອກ ຂຶ້ນ ວາທີ 37 ສະຫາຍ ຍິງ 14 ສະຫາຍ; ສິບໂທ ຂຶ້ນ ສິບເອກ 9 ສະຫາຍ ຍິງ 3 ສະຫາຍ ແລະ ເລື່ອນຊັ້ນສິບຕີ ຂຶ້ນ ສິບໂທ ມີ 1 ສະຫາຍ.

ໂອກາດດຽວກັນ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ສາມາດຍາດໄດ້ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຈົນໄດ້ຮັບການເລື່ອນຊັ້ນ; ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ຄົ້ນຄວ້າທາງດ້ານທິດສະດີ ແລະ ພຶດຕິກຳ, ວຽກງານວິຊາສະເພາະທີ່ຕົນເອງຮັບຜິດຊອບໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງມີຫົວຄິດປະດິດສ້າງ, ມີຄວາມຊຳນິຊຳນານ ແລະ ຮັບປະກັນຜົນສຳເລັດຂອງໜ້າທີ່ວຽກງານທີ່ໄດ້ມອບໝາຍໃຫ້.