ສານຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຄະດີຂອງ ນາງ ພິດສາຄອນ ອາຍຸ 37 ປີ ຢູ່ບ້ານທາດຫຼວງກາງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຈຳຄຸກ 2 ປີ 6 ເດືອນ ປັບໃໝ 4.000.000 ກີບ ຂໍ້ຫາສໍ້ໂກງ ຊັບພົນລະເມືອງດ້ວຍຮູບການຊື້ລົດ ດ້ວຍການຜ່ອນບໍ່ຈ່າຍຄ່າງວດ, ພ້ອມໃຊ້ໜີ້ຄືນໃຫ້ໂຈດທາງແພ່ງຕາມຈໍານວນທີ່ສໍ້ໂກງ ໃນວັນທີ 15 ກັນຍາ ນີ້.

ຈໍາເລີຍ ໄດ້ມີການກະທໍາຜິດດັ່ງນີ້; ໃນວັນທີ 22 ສິງຫາ 2016, ຈຳເລີຍ ໄດ້ຊື້ລົດຈັກຮອນດ້າ ສີຟ້າໝາຍເລກທະບຽນ ດທ 3700 ກໍາແພງນະຄອນ ໃນລາຄາ 20.230.000 ກີບ ນໍາຮ້ານຂາຍລົດສົມຊາຍ ໂດຍຈໍາເລີຍຈ່າຍກ່ອນ 4.046.000 ກີບ ຍັງເຫຼືອ 16.148. 000 ກີບ, ແມ່ນບໍລິສັດເຊົ່າສິນເຊື່ອ ເປັນຄົນຈັດຟາຍແນ້ນ ດອກເບ້ຍ 2,20% ຕໍ່ເດືອນ ໂດຍກໍານົດ 24 ງວດ ຕົກຢູ່ງວດລະ 1.031.000 ກີບ ແລະ ກຳນົດຈ່າຍໃນທຸກໆວັນທີ 1 ຂອງທຸກເດືອນ ຈົນກວ່າຈະໝົດ, ຈຳເລີຍ ໄດ້ປະຕິບັດຈ່າຍຊໍາລະງວດລົດຈໍານວນ 13 ງວດ ເປັນເງິນຈໍານວນ 13.403.000 ກີບ ຈາກນັ້ນບໍ່ໄດ້ມາຈ່າຍຕໍ່ອີກ.

ຕໍ່ມາ, ຈຳເລີຍ ໄດ້ມອບລົດຄັນດັ່ງກ່າວໃຫ້ ທ້າວ ໄມຄໍາ ( ຫຼານ ) ເປັນຄ່າແຮງງານໃນການກໍ່ສ້າງຫ້ອງແຖວ ໂດຍທີ່ບໍ່ໄດ້ແຈ້ງໃຫ້ບໍລິສັດເຊົ່າສິນເຊື່ອຮັບຮູ້. ມາວັນທີ 17 ກຸມພາ 2017, ຈຳເລີຍ ໄດ້ຊື້ລົດຈັກຍີ່ຫໍ້ຮອນດ້າລຸ້ນ NF100MR ສີແດງດໍາ ບໍ່ມີໝາຍເລກ ທະບຽນ ມູນຄ່າ 11.495.000 ກີບ, ຈ່າຍເງິນຄ່າລົດກ່ອນ 2.300.000 ກີບ, ສ່ວນທີ່ເຫຼືອ 9.195.000 ກີບ ແມ່ນບໍລິສັດເຊົ່າສິນເຊື່ອ ດອກເບ້ຍ 2,26% ຕໍ່ເດືອນ ກໍານົດ 36 ງວດ ຈ່າຍງວດລະ 463.000 ກີບ ຈຳເລີຍ ໄດ້ຊໍາລະງວດ ລົດພຽງ 7 ງວດ ລວມເປັນເງິນ 3.214. 000 ກີບ. ຈາກນັ້ນ, ຈຳເລີຍ ໄດ້ເອົາລົດຄັນດັ່ງກ່າວໄປຄໍ້າປະກັນກູ້ຢືມເງິນນໍາຄົນບໍ່ຮູ້ຊື່ຈໍານວນ 4.000.000 ກີບ ແລະ ເອົາໄປໃຊ້ຈ່າຍສ່ວນຕົວໝົດ.

ນາງ ພິດສາຄອນ ອາຍຸ 37 ປີ ຢູ່ບ້ານທາດຫຼວງກາງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ວັນທີ 23 ພະຈິກ 2017, ຈຳເລີຍ ໄດ້ຊື້ລົດລົດຍີ່ຫໍ້ຮຸ່ນໄດ ລຸ້ນ ELANTAR ໝາຍເລກທະບຽນ ກຕ 0078 ກໍາແພງນະຄອນ ຈາກນາງ ຈິນຕະນາ ໂດຍໃຫ້ ນາງ ສີສະຫວາດ ເປັນຄົນຊື້ ສ່ວນງວດຈ່າຍຄ່າລົດແມ່ນຈຳເລີຍຈະຮັບຈ່າຍຕໍ່. ຈຳເລີຍ ໄດ້ຈ່າຍເງິນພຽງແຕ່ 3 ງວດເທົ່ານັ້ນ, ຈາກນັ້ນ; ຈຳເລີຍ ໄດ້ເອົາລົດໄປຈຳນຳ ທ້າວ ເຍືອງວັນຮຸ່ງ ( ຄົນຫວຽດນາມ ) ຈໍານວນ 2.000 ໂດລາສະຫະລັດ ແລະ ຕໍ່ມາ ຈຳເລີຍໄດ້ຂາຍລົດຄັນດັ່ງກ່າວໃຫ້ ທ້າວ ກວນ ( ຄົນຫວຽດນາມ ) ໃນລາຄາ 7.500 ໂດລາສະຫະລັດ. ຈຳເລີຍ ໄດ້ຈ່າຍເງິນໃຫ້ ທ້າວ ເຍືອງວັນຮຸ່ງ 2.000 ໂດລາສະຫະລັດ ສ່ວນທີ່ເຫຼືອແມ່ນໃຊ້ຈ່າຍສ່ວນຕົວໝົດ ບໍ່ສາມາດຈ່າຍໃຫ້ກັບບໍລິສັດສິນເຊື່ອ ລວມທັງຕົ້ນທຶນ ແລະ ດອກ ຈໍານວນ 24.053 ໂດລາສະຫະລັດ.

ວັນທີ 17 ມີນາ 2017, ທ້າວ ບຸນນອງ ໄດ້ຂາຍລົດຍີ່ຫໍ້ KIA ລຸ້ນ ໝາຍເລກທະບຽນ ກຕ 1709 ກໍເເພງນະຄອນ ໃຫ້ຈຳເລີຍ 8.000.000 ກີບ ແລະ ຕົກລົງກັນວ່າ ຈຳເລີຍ ຕ້ອງຮັບຜິດຊອບຈ່າຍຄ່າດາວລົດໃຫ້ບໍລິສັດ ເຊົ່າສິນເຊື່ອ ຈົນຄົບຖ້ວນຕາມສັນຍາຊື້ ຂາຍ ຈຳເລີຍ ໄດ້ຈ່າຍພຽງ 2 ງວດ ແລະ ຄ້າງຊໍາລະ. ນັບແຕ່ນັ້ນມາ, ບໍ່ພຽງເທົ່ານີ້ ຈຳເລີຍ ຍັງໄດ້ເອົາລົດຄັນດັ່ງກ່າວໄປຂາຍໃຫ້ ທ້າວ ທຽບ ( ຄົນຫວຽດນາມ) 9.500 ໂດລາສະຫະລັດ, ລວມຕົ້ນທຶນດອກເບັ້ຍ ແລະ ດອກເບ້ຍ ປັບໃໝທີ່ຈໍາເລີຍ ຕ້ອງຈ່າຍໃຫ້ກັບບໍລິສັດເຊົ່າສິນເຊື່ອ ຈຳ ນວນ 23.863 ໂດລາສະຫະລັດ. ນອກນີ້, ເດືອນທັນວາ 2017, ຈຳເລີຍ ຍັງໄດ້ເອົາລົດສະກຸບປີ້ໄອ ຂອງນາງ ຢາດ ໄປຈຳເອົາເງິນນຳ ນາງ ສີສະຫວາດ ຈໍານວນ 20.000 ບາດ, ດອກເບັ້ຍ 3.000 ບາດ ໄດ້ຈ່າຍດອກເບັ້ຍ ແລ້ວ 2 ເດືອນ. ຕໍ່ມາ, ນາງ ຢາດ ໄດ້ມາທວງເອົາລົດ ຄືນແລ້ວ; ຈາກພຶດຕິກຳຂອງຈຳເລີຍ ມາວັນທີ 28 ພຶດສະພາ 2018, ຈຳເລີຍ ຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.

ສານເຫັນວ່າ: ການກະທໍາຜິດຂອງ ຈຳເລີຍ ເປັນການກະທຳຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈໍາເລີຍ ໄດ້ໃຊ້ເລ່ລ່ຽມດ້ວຍຮູບການຊື້ລົດຈັກ 2 ຄັນ ແລະ ຕົວະຊື້ລົດເກ໊ງຍີ່ຫໍ້ຮຸນໄດ ແລະ KIA ທັງທີ່ຈຳເລີຍ ກໍຮູ້ດີວ່າ ລົດຍັງຕ້ອງໄດ້ຈ່າຍເງິນໃຫ້ຄ່າງວດທຸກເດືອນ ແລະ ແອບອ້າງວ່າຈະຮັບຜິດຊອບຈ່າຍເງິນສ່ວນທີ່ເຫຼືອ ເມື່ອໄດ້ລົດໄປແລ້ວ ໄດ້ຈ່າຍຄ່າງວດລົດພຽງ 2-3 ງວດ ເທົ່ານັ້ນ ແລະ ຍັງໄດ້ເອົາລົດຂອງຄົນອື່ນໄປແອບອ້າງເພື່ອຈຳເອົາເງິນ.

ສ່ວນ ທ້າວ ເຍື່ອງວັນຮຸ່ງ ທີ່ເປັນຜູ້ຕິດຕໍ່ຂາຍລົດໃຫ້ແກ່ ທ້າວ ກວນ ແລະ ທ້າວ ທຽບ (ຄົນຫວຽດນາມ) ປັດຈຸບັນ, ເຈົ້າໜ້າທີ່ບໍ່ສາມາດຮູ້ໄດ້ວ່າ ທ້າວ ກວນແລະ ທ້າວ ທຽບ ພັກເຊົາຢູ່ໄສ ແລະ ເຈົ້າໜ້າທີ່ພວມສືບຄົ້ນຫາຕົວພວກກ່ຽວ. ຕໍ່ກັບ ທ້າວ ເຍືອງວັນຮຸ່ງ ປັດຈຸບັນ ແມ່ນໄດ້ກັກຕົວເນີນຄະດີໃນຂໍ້ຫາການສໍ້ໂກງຊັບຂອງພົນລະເມືອງ, ເຊິ່ງແຍກເປັນສໍານວນໜຶ່ງຕ່າງຫາກ ແລະ ລົດເກ໊ງ 2 ຄັນແມ່ນບໍ່ສາມາດເກັບກູ້ໄດ້.