ວຕປ ປ້ອງກັນວິທະຍານິພົນ ປະລິນຍາໂທ ຮຸ່ນທີ XI

0
1231

ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປ້ອງກັນວິທະຍານິພົນ ໃຫ້ນັກສຶກສາປະລິນຍາໂທ ຮຸ່ນທີXI ໃນວັນທີ 18 ກັນຍາ 2020 ໂດຍການເປັນປະທານຂອງ ພັອ ປອ ຈິດວິໄຊ ແກ້ວມະນີວົງ ຫົວໜ້າຫ້ອງຄຸ້ມຄອງວິທະຍາສາດ ວຕປ, ມີ ຄະນະພັກ, ຄະນະບັນ ຊາ, ອະນຸກຳມະການປ້ອງກັນວິທະຍານິພົນຈົບຊັ້ນ ພ້ອມດ້ວຍນັກສຶກສາ ທີ່ໄດ້ຮັບການປ້ອງກັນບົດຈົບຊັ້ນ ເຂົ້າ ຮ່ວມ.

ຊຸດຮຽນປະລິນຍາໂທ ຮຸ່ນທີ XI ມີນັກສຶກສາ ມາຈາກກົມ-ກອງ, ກອງບັນຊາການ ປກສ ແຂວງ ທີ່ມີໜ້າທີ່ຮັບຜິດຊອບຂັ້ນພະແນກ ຈໍານວນ 34 ສະຫາຍ, ໄດ້ເລີ່ມຕົ້ນເຂົ້າຮຽນ ມາແຕ່ວນທີ 24 ກັນຍາ 2018 ເປັນຕົ້ນມາ ແລະ ໄດ້ສໍາເລັດການຄົ້ນຄວ້າດ້ານທິດສະດີ, ຜ່ານວິວັດການລົງເກັບກຳຂໍ້ມູນ ແລະ ຂຽນວິທະຍານິພົນສໍາເລັດ ພ້ອມທັງຜ່ານການປ້ອງກັນຂັ້ນວິຊາການມາແລ້ວ ແລະ ໄດ້ເລີ່ມຕົ້ນການປ້ອງກັນບົດຈົບຊັ້ນ ແລະ ສໍາເລັດແລ້ວຈໍານວນໜຶ່ງ, ສໍາລັບການປ້ອງກັນບົດ ໃນຄັ້ງນີ້ ມີ 2 ຫົວຂໍ້ ຄື: ຍົກສູງຄຸນນະພາບ ວຽກງານສາຍກວດ ຢູ່ນະ ຄອນຫຼວງວຽງຈັນ ຂອງກອງບັນຊາການປ້ອງກັນເຄື່ອນທີ່, ປ້ອງກັນໂດຍ ພັທ ດາວວັນ ຈັນທະລັງສີ ແລະ ຫົວຂໍ້ ດໍາເນີນການກໍ່ສ້າງ ,ຄຸ້ມ ຄອງ, ນໍາໃຊ້ພື້ນຖານລັບ ຢູ່ໃນຄ້າຍຄຸມຂັງ,ຫ້ອງຂັງ ປກສ ແຂວງຈຳປາສັກ ປ້ອງກັນໂດຍໂດຍ ພັທ ຄຳຄ່ອງ ແກ້ວມະນີ. ສ່ວນຫົວຂໍ້ ທີ່ຍັງເຫຼືອຄາດກະວ່າ ຈະປ້ອງກັນໃຫ້ສໍາເລັດ ພາຍໃນທ້າຍເດືອນກັນຍາ ນີ້.

ຜ່ານການປ້ອງບົດຕົວຈິງ ແລະ ການຕອບຄຳຖາມເຈາະຈີ້ມ, ຄະນະກໍາມະການປ້ອງກັນບົດສັງເກດເຫັນໄດ້ວ່າ: ນັກສຶກສາ ແມ່ນໃດ້ເອົາໃຈໃສ່ຄົ້ນຄ້ວາຊອກຫາຂໍ້ມູນເນື້ອໃນປະກອບໃສ່ໃນບົດວິທະຍານິພົນ ເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ສາມາດນຳເອົາບົດຮຽນດັ່ງກ່າວ ປະ ກອບສ່ວນເຂົ້າໃນໜ້າທີ່ວິຊາສະເພາະໃນກົມກອງ ໃຫ້ມີປະສິດທິຜົນສູງ, ຄະນະກຳມະການ ຈຶ່ງເຫັນດີ ໃຫ້ 2 ຫົວຂໍ້ ຄະແນນ ເກດ A ໄດ້ຮັບໃບປະກາສະນີຍະບັດ ປະລິນຍາໂທ ຢ່າງສົມກຽດ.