ສະພາບອຸບັດຕິເຫດທີ່ກີດຂຶ້ນໃນ ເດືອນສິງຫາ ຢູ່ແຂວງໄຊຍະບູລີ
ສະພາບອຸບັດຕິເຫດທີ່ກີດຂຶ້ນໃນ ເດືອນສິງຫາ ຢູ່ແຂວງໄຊຍະບູລີ

ປັດຈຸບັນ, ແຂວງໄຊຍະບູລີ ຍັງມີຜູ້ຂັບຂີ່ຈໍານວນໜຶ່ງລະເມີດກົດຈະລາຈອນດ້ວຍຫຼາຍຮູບແບບ ຈຶ່ງພາໃຫ້ເກີດອຸບັດຕິເຫດບົນທ້ອງຖະໜົນຕາມມາ; ສະແດງອອກໃນ ເດືອນສິງຫາ 2020 ທົ່ວແຂວງມີອຸບັດຕິເຫດເກີດຂຶ້ນ 35 ຄັ້ງ ແລະ ມີຜູ້ເສຍຊີວິດ 5 ຄົນ.

ໃນ ເດືອນສິງຫາ ຜ່ານມາ, ແຂວງໄຊຍະບູລີ ມີອຸບັດຕິເຫດເກີດຂຶ້ນ 35 ຄັ້ງ, ພາຫະນະເປ່ເພທັງໝົດ 54 ຄັນ; ໃນນີ້, ພາຫະນະເປ່ເພເລັກໜ້ອຍ 29 ຄັນ, ສົມຄວນ 23 ຄັນ, ໃຊ້ການບໍ່ໄດ້ 2 ຄັນ; ຄົນໄດ້ຮັບບາດເຈັບ ທັງໝົດ 56 ຄົນ; ໃນນີ້, ບາດເຈັບເລັກໜ້ອຍ 13 ຄົນ, ສົມ ຄວນ 32 ຄົນ, ສາຫັດ 11 ຄົນ ແລະ ເສຍ ຊີວິດ 5 ຄົນ; ຈາກອຸບັດຕິເຫດທີ່ເກີດ ຂຶ້ນນັກຂັບຂີ່ລະເມີດດ້ວຍການດື່ມສິ່ງ ມຶນເມົາ 4 ຄົນ, ອາຍຸບໍ່ເຖິງກະສຽນ 7 ຄົນ, ບໍ່ມີໃບຂັບຂີ່ 34 ຄົນ ແລະອື່ນໆ 3 ຄົນ, ພາກສ່ວນທີ່ຮ່ວມເກີດອຸບັດຕິ ເຫດເປັນພະນັກງານ 10 ຄົນ, ທະຫານ 1 ຄົນ, ຕໍາຫຼວດ 3 ຄົນ, ປະຊາຊົນ 48 ຄົນ, ກຳມະກອນ 4 ຄົນ, ນັກຮຽນ 10 ຄົນ ຕໍ່ກັບອຸບັດຕິເຫດທີ່ເກີດຂຶ້ນນັ້ນ ສ້າງຜົນເສຍຫາຍເປັນເງິນ 414.500. 000 ກີບ.

ເພື່ອແກ້ໄຂບັນຫາການເກີດອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງໃນສະເພາະໜ້ານີ້, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທົ່ວແຂວງໄຊຍະບູລີ ຈະສືບຕໍ່ເພີ່ມທະວີໃນການໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ຜູ້ຂັບຂີ່ທີ່ໃຊ້ລົດ-ໃຊ້ຖະໜົນຮັບຮູ້ ແລະ ເຂົ້າໃຈເຖິງການລະເມີດທີ່ເປັນສາເຫດພາໃຫ້ເກີດອຸບັດຕິເຫດ ແນໃສ່ໃຫ້ທຸກຊັ້ນຄົນຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍທີ່ຈະຕາມມາ ເພື່ອໃຫ້ພວກເຂົາຫັນມາໃຈໃສ່ປະຕິບັດກົດຈະລາຈອນໃຫ້ຫຼາຍຂຶ້ນ; ໄປຄຽງຄູ່ກັນນີ້, ຍັງຈະໃຊ້ມາດຕະການບັງຄັບໃຊ້ກົດໝາຍດ້ວຍການລົງອາທິດສັນຈອນ, ຕັ້ງຈຸດ ກວດກາທາດເຫຼົ້າ, ຄວາມໄວ ແລະອື່ນໆ ເພື່ອແກ້ໄຂນັກຂັບຂີ່ທີ່ລະເມີດກົດລະບຽບຈະລາຈອນໃຫ້ຄ່ອຍໆໝົດໄປ.