ປະກາດແຕ່ງຕັ້ງ ຫົວໜ້າການເມືອງ-ການທະຫານ ກອງພົນທີ 2

0
2317

ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດແຕ່ງຕັ້ງ ຫົວໜ້າການເມືອງ-ການທະຫານ, ເລຂາ ແລະ ຮອງເລຂາ ຄະນະພັກ ກອງພົນທີ 2 ໃນວັນທີ 15 ກັນຍາ 2020, ພາຍໃຕ້ການໃຫ້ກຽດເປັນປະທານໂດຍ ພົທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ມີຜູ້ຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ກອງບັນຊາການທະຫານ ແຂວງໄຊຍະບູລີ, ປກສ ແຂວງໄຊຍະບູລີ ແລະ ຄະນະພັກ-ຄະນະບັນຊາກອງພົນ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນ ກອງພົນທີ 2 ເຂົ້າຮ່ວມ.

ໃນພິທີ ພົຈວ ພູມີ ດາລາເພັດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າການເມືອງ-ການທະຫານ ກອງພົນທີ 2, ນາຍົກລັດຖະມົນຕີ ອອກດຳລັດແຕ່ງຕັ້ງ ພັອ ວຽງແກ້ວ ສີສຸລາດ ເປັນ ຫົວໜ້າການເມືອງ, ພັນເອກ ຄຳດີ ໄຊຍະວົງ ເປັນ ຫົວໜ້າການທະຫານ ກອງພົນທີ 2 ແລະ ໄດ້ຜ່ານຂໍ້ຕົກລົງບົ່ງຕົວແຕ່ງຕັ້ງ ພັອ ວຽງແກ້ວ ສີສຸລາດ ເປັນ ເລຂາຄະນະພັກ, ແຕ່ງຕັ້ງ ພັອ ຄຳດີ ໄຊຍະວົງ ເປັນ ຮອງເລຂາຄະນະພັກ ທັງເປັນ ຄະນະປະຈຳພັກ ແລະ ຕົກລົງບົ່ງຕົວແຕ່ງຕັ້ງ ພັອ ທະນູສອນ ສຸລິຍະແສງ ຮອງຫົວໜ້າຫ້ອງການເມືອງ ເປັນ ກຳມະການຄະນະພັກ.

ໂອກາດນີ້ ພົທ ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນໂອ້ລົມວ່າ: ການປະກາດບົ່ງຕົວແຕ່ງຕັ້ງມອບໝາຍໜ້າທີ່ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ທັງເປັນການປັບປຸງກົງຈັກການຈັດຕັ້ງ ຢູ່ກອງພົນທີ 2 ໃຫ້ມີຄວາມເຂັ້ມແຂງໜັກແໜ້ນຮອບດ້ານ ທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ; ພ້ອມນັ້ນ ທ່ານກໍໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ສຸມໃສ່ຫັນເອົາກຳລັງລົງກໍ່ສ້າງຮາກຖານເມືອງເປັນປົກກະຕິ, ຍົກສູງສະຕິລະວັງຕົວຕອບຕ້ານທຸກກົນອຸບາຍລ່ຽມລາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ດ້ານຕ່າງໆ ເຮັດໃຫ້ທ້ອງຖິ່ນຮາກຖານຂອບເຂດກອງພົນຮັບຜິດຊອບ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ນອກນີ້, ກໍໃຫ້ເພີ່ມທະວີຄວາມສາມັກຄີເປັນເອກະພາບສູງ ໃນການຄົ້ນຄວ້າຕັດສິນບັນຫາຕ່າງໆ, ປະຕິບັດແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ ພ້ອມທັງເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ເລິກເຊິ່ງ, ຫຼາຍຮູບຫຼາຍສີ ເພື່ອສ້າງບາດກ້າວບຸກທະລຸທາງດ້ານຈິນຕະນາການຄວາມຮູ້-ຄວາມສາມາດ ເຮັດໃຫ້ແຕ່ລະສະຫາຍມີຄວາມຮັບຮູ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ປະຕິບັດກົດລະບຽບຂອງກອງທັບວາງອອກຢ່າງແຂງຂັນ, ຕັ້ງໜ້າຍົກສູງສະຕິເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂຄວາມສາມາດຂອງກົມກອງ, ເອົາໃຈໃສ່ນຳພາປັບປຸງກໍ່ສ້າງກົມກອງໃຫ້ມີວັດທະນະທຳ, ສະອາດສົດໃສ ແລະ ມີໂສມໜ້າໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາກົມກອງ ໃຫ້ມີຄວາມໜັກແໜ້ນ ແລະ ກ້າວຂຶ້ນເຮັດສຳເລັດໜ້າທີ່ການເມືອງຂອງຕົນ.