ພະແນກຕຳຫຼວດຈະລາຈອນ ປກສ ແຂວງສະຫວັນນະເຂດ ຮ່ວມກັບຈະລາຈອນ ປກສ ເມືອງອຸທຸມພອນ ລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນຕາມເສັ້ນທາງຫຼວງ ເລກທີ 9 ແລະ ເສັ້ນທາງຫຼວງ 13 ໃຕ້ ໃນວັນທີ 16 ກັນ ຍາ 2020 ນຳພາໂດຍ ພັຕ ແສງດາວ ໄຊໂກສີ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ຮອ ບົວບອນ ໄຊຍະຄໍາຜັນ ຮອງກອງຕໍາຫຼວດຈະລາຈອນ ປກສ ເມືອງອຸທຸມພອນ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ພັຕ ແສງດາວ ໄຊໂກສີ ໃຫ້ຮູ້ວ່າ: ການລົງເຜີຍແຜ່ຄັ້ງນີ້ ໄດ້ນຳເອົາກົດໝາຍຈະລາຈອນທາງບົກສະບັບປັບປຸງ ເລກ ທີ 23/ສພຊ ລົງວັນທີ 12 ທັນວາ 2012, ດໍາລັດຂອງສະພາລັດຖະມົນຕີ ເລກທີ 107/ປສລ ລົງວັນທີ 26 ຕຸລາ 1987 ແລະ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 188/ນຍ ລົງວັນທີ 3 ກໍລະກົດ 2007.

ຈຸດປະສົງ ເພື່ອເຮັດໃຫ້ທຸກພາກສ່ວນຢູ່ໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງການເກີດອຸບປັດຕິເຫດ,ໃຫ້ຜູ້ຂັບຂີ່, ຜູ້ໃຊ້ລົດໃຊ້-ຖະໜົນເຊື່ອມຊຶມຕໍ່ຂໍ້ກຳນົດ, ກົດໝາຍກໍຄືກົດລະບຽບການສັນຈອນທາງບົກໄດ້ຢ່າງເລິກເຊິ່ງ, ມີສະຕິຕື່ນຕົວໃນການສັນຈອນຕາມເສັ້ນ ທາງເປັນຕົ້ນແມ່ນການຢຸດ, ການຈອດຕາມຕົວເມືອງ, ເຂດຊຸມຊົນ, ຂອບເຂດຕະຫຼາດ, ຮ້ານຄ້າ, ຮ້ານອາຫານໃຫ້ມີຄວາມຈົບງາມ ແລະ ເປັນລະບຽບຮຽບຮ້ອຍ ເພື່ອເຮັດໃຫ້ການສັນຈອນໃນຂອບເຂດຈຸດດັ່ງກ່າວ ມີການສັນຈອນດີຂຶ້ນເທື່ອລະກ້າວ ເຮັດໃຫ້ສະພາບການເກີດອຸບປັດຕິເຫດຢູ່ພາຍໃນ ແຂວງສະຫວັນນະເຂດ ມີທ່າອ່ຽງຫຼຸດໜ້ອຍຖອຍລົງ ເປັນຕົ້ນແມ່ນນເສຍຫາຍທາງດ້ານສຸຂະພາບ, ຊີວິດ, ຊັບສິນຫຼີກລ່ຽງການເກີດອຸບັດຕິເຫດທີ່ມີຄວາມຮຸນແຮງ, ມີຜົນເສຍຫາຍສູງສົ່ງຜົນກະທົບຕໍ່ເສດຖະກິດສັງຄົມປະກອບສ່ວນໃນການຊຸກຍູ້ທາງດ້ານເສດຖະກິດໃຫ້ມີຄວາມໝັ້ນຄົງເຂັ້ມແຂງ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.

ນອກນັ້ນ, ຍັງເປັນການກະກຽມຄຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ພິເສດກໍແມ່ນເພື່ອກະກຽມປ້ອງກັນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ສະຫວັນນະເຂດ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະ ວັນສຳຄັນຕ່າງໆຂອງພັກຂອງຊາດ ຫັນເອົາກຳລັງຕຳຫຼວດຈະລາຈອນຈາກແຂວງ ແລະ ເມືອງໄດ້ເຄື່ອນໄຫວເຮັດໜ້າທີ່ຕາມພາລະບົດບາດ ແລະ ຍົກສູງຄວາມຮັບຜິດຊອບໃຫ້ສູງຂຶ້ນ.