ວັນທີ 14 ກັນຍາ 2020, ໄດ້ເກີດເຫດການມີຄົນເສຍຊີວິດ 2 ຄົນ ຢູ່ເຂດບ້ານສີວິໄລ (ຄຸ້ມນາມູນ) ເມືອງລອງ ແຂວງຫຼວງນໍ້າທາ; ເຈົ້າໜ້າທີ່ລົງຊັນນະສູດສະຖານທີ່ເກີດເຫດ ຜູ້ເສຍຊີວິດຊື່ ທ້າວ ຜັນອ່ຽນ ອາຍຸ 37 ປີ ແລະ ນາງ ຫຼ້າສ້ຽວ ອາຍຸ 29 ປີ ທັງສອງເປັນຜົວ-ເມຍ; ຜູ້ເປັນເມຍຖືກຜົວຄາດຕະກໍາ ຈາກນັ້ນຜູ້ເປັນຜົວໄດ້ໃຊ້ປືນແກັບປິດຊີວິດຕົນເອງ.

ພັຕ ບຸນມີ ສຸທະວົງ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງລອງ ໃຫ້ຮູ້ວ່າ: ຜ່ານການເກັບກໍາຂໍ້ມູນ, ຊັນລະສູດສະຖານທີ່ເກີດເຫດ ແລະ ສົບຜູ້ເສຍຊີວິດ ພົບເຫັນອາວຸດທີ່ໃຊ້ກໍ່ເຫດມີປືນແກັບ 1 ກະບອກ, ພ້າຂໍຍາວປະມານ 80 ຊັງຕີແມັດ 1 ດວງ; ສົບຂອງ ນາງ ຫຼ້າສ້ຽວ ມີຮ່ອງຮອຍບາດແຜບໍລິເວນແຂນ, ໜ້າຕາ ແລະ ງ່ອນຫຼາຍບາດແຜ, ສ່ວນສົບຂອງ ທ້າວ ຜັນອ່ຽນ ມີຮ່ອງຮອຍບາດແຜບໍລິເວນແອວ ແລະ ມີຮູລູກປືນເຂົ້າຂະໝັບຫູເບື້ອງຂວາ, ສ່ວນສາເຫດອາດເກີດຈາກຄວາມຫຶງຫວງຜູ້ເປັນເມຍ.

ນາງ ເຊັງກວາງ (ແມ່ຂອງ ນາງ ຫຼ້າສ້ຽວ) ໄດ້ໃຫ້ການວ່າ: ນັບແຕ່ປີ 2005, ທັງສອງໄດ້ສ້າງຄອບຄົວດໍາລົງຊີວິດກິນຢູ່ນໍາກັນ ບໍ່ມີການຜິດຖຽງກັນແຕ່ຢ່າງໃດ; ຕົກມາຮອດປີ 2014-2016, ລູກເຂີຍ ແລະ ລູກສາວ ໄດ້ໄປຮັບຈ້າງຢູ່ສວນກ້ວຍ, ນັບແຕ່ນັ້ນມາລູກເຂີຍກໍໄດ້ເລີ່ມເສບ ແລະ ຕິດຢາເສບຕິດ (ປະເພດຢາບ້າ) ມີການຫຶງຫວງມີປາກສຽງກັນມາຕະຫຼອດ, ເມຍເຮັດຫຍັງກໍບໍ່ຖືກໃຈມີແຕ່ຮ້າຍດ່າ.

ມາຮອດປີ 2019, ຕົນເອງໃນນາມຜູ້ເປັນແມ່ເຖົ້າ ກໍໄດ້ສັ່ງສອນຜູ້ເປັນລູກເຂີຍ ແຕ່ບໍ່ເຄີຍຟັງ. ນອກນັ້ນ, ຍາດຕິພີ່ນ້ອງ ແລະ ທາງການຈັດຕັ້ງບ້ານ ໄດ້ສຶກສາອົບຮົມ ແຕ່ກໍບໍ່ມີການປ່ຽນແປງ; ໃນວັນທີ 14 ກັນຍາ ເວລາປະມານ 7:30 ໂມງ, ຕົນເອງໄດ້ໄປຫຼິ້ນຢູ່ເຮືອນພີ່ນ້ອງ ມີແຕ່ສອງຜົວເມຍຢູ່ເຮືອນ ຢູ່ໄດ້ປະມານ 30-40 ນາທີ; ພໍມາຮອດເຮືອນ ບໍ່ເຫັນລູກເຂີຍກັບລູກສາວຢູ່ເຮືອນ ສ່ວນປະຕູຫ້ອງນອນແມ່ນລ໋ອກຢູ່ ຈຶ່ງໄດ້ເອີ້ນແຕ່ບໍ່ມີໃຜຕອບ, ມີຄົນເຮືອນໃກ້ຄຽງໄດ້ຍິນສຽງປືນດັງຂຶ້ນມາແຕ່ໃນເຮືອນໜຶ່ງຄັ້ງ; ຈາກນັ້ນ, ໄດ້ຢ້ຽມເບິ່ງຢູ່ຫ້ອງນອນ ເຫັນວ່າຜູ້ເປັນລູກເຂີຍກັບລູກສາວເສຍຊີວິດແລ້ວ ຈຶ່ງໄດ້ແຈ້ງຍາດຕິພີ່ນ້ອງ ແລະ ເຈົ້າໜ້າທີ່.