ບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ ລາວ-ໄທ 1

0
1783

ໃນວັນທີ 19 ກັນຍາ 2020, ດ່ານສາກົນ ຂົວມິດຕະພາບ ລາວ-ໄທ 1 ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ ລາວ-ໄທ 1; ໂດຍມີ ທ່ານ ປອ ອາດສະພັງທອງ ສີພັນດອນ ກໍາມະການປະຈໍາພັກ ນວ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີ ທ່ານ ບຸນເພັງ ສີນະວົງພອນ ເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ, ພັອ ພິມມະສອນ ທໍາມະວົງ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ນວ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ສະມາຊິກພັກ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາມາ ແສງມີໄຊ ຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ 836/ຄພ.ນວ, ລົງວັນທີ 15 ກັນຍາ 2020 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ ລາວ-ໄທ 1; ເຊິ່ງໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງດັ່ງນີ້:

  1. ສະຫາຍ ພັອ ປອ ຄໍາພອນ ເທບພະວົງ ເປັນເລຂາຄະນະພັກຮາກຖານ
  2. ສະຫາຍ ພັທ ກິດ່ອນ ກິວົງໄຊ ເປັນຮອງເລຂາຄະນະພັກຮາກຖານ
  3. ສະຫາຍ ບຸນແອງ ພັນທະວົງ ເປັນກໍາມະການພັກ, ທັງເປັນປະທານກວດກາພັກ
  4. ສະຫາຍ ສົມລິດ ພັນທະຈັກ ເປັນກໍາມະການພັກ
  5. ສະຫາຍ ພັທ ເຕີ້ນ ພົມໂສພາ ເປັນກໍາມະການພັກ, ທັງເປັນຮອງປະທານກວດກາ
  6. ສະຫາຍ ຖະໝອມສິດ ຂາວພິບານ ເປັນກໍາມະການພັກ
  7. ສະຫາຍ ພັທ ພູມີ ອິນທະວົງ ເປັນກໍາມະການພັກ
  8. ສະຫາຍ ນາງ ສົມພອນພິດ ເທບພະວົງສາ ເປັນຮອງປະທານກວດກາພັກ

ນອກຈາກນີ້, ໄດ້ບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ ລາວ-ໄທ 1 ມີຄື: ຄະນະໜ່ວຍພັກ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ມີ:

  1. ສະຫາຍ ພັທ ກິດ່ອນ ກິວົງໄຊ ເປັນເລຂາໜ່ວຍພັກ
  2. ສະຫາຍ ພັທ ພູມີ ອິນທະວົງ ເປັນຮອງເລຂາໜ່ວຍພັກ
  3. ສະຫາຍ ພັທ ເຕີ້ນ ພົມໂສພາ ເປັນກໍາມະການພັກ, ທັງເປັນປະທານຄະນະກວດກາໜ່ວຍພັກ
  4. ສະຫາຍ ພັຕ ຄໍານ້ອຍ ພົງວິໄລ ເປັນກໍາມະການພັກ, ທັງເປັນຮອງປະທານຄະນະກວດກາໜ່ວຍພັກ
  5. ສະຫາຍ ພັຕ ບຸນແສງ ແສງມະນີ ເປັນກໍາມະການພັກ
  6. ສະຫາຍ ພັຕ ສົມປາດຖະໜາ ນໍເພັງວານິດ ເປັນຮອງປະທານຄະນະກວດກາໜ່ວຍພັກ

ຄະນະໜ່ວຍພັກຫ້ອງການບໍລິຫານດ່ານ ມີຄື:

  1. ສະຫາຍ ສົມລິດ ພັນທະຈັກ ເປັນເລຂາໜ່ວຍພັກ
  2. ສະຫາຍ ຄໍາຫວານ ຫຼ້າທອງສະຫວັນ ເປັນຮອງເລຂາໜ່ວຍພັກ
  3. ສະຫາຍ ນາງ ສົມພອນພິດ ເທບພະວົງສາ ເປັນກໍາມະການພັກ, ທັງເປັນປະທານກວດກາໜ່ວຍພັກ
  4. ສະຫາຍ ນາງ ຄໍາແຜ່ນ ຖາວອນ ເປັັນຮອງປະທານກວດກາໜ່ວຍພັກ

ໃນພິທີ, ຍັງໄດ້ມີການປ່ອນບັດ ຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ; ໃນນີ້, ເລືອກໄດ້ ສະຫາຍ ພັອ ປອ ຄໍາພອນ ເທບພະວົງ, ສະຫາຍ ບຸນແອງ ພັນທະວົງ (ຜູ້ແທນສົມບູນ) ແລະ ສະຫາຍ ສົມລິດ ພັນທະຈັກ (ຜູ້ແທນສໍາຮອງ).

ພາບ-ຂ່າວ: ປກສ ນະຄອນຫຼວງວຽງຈັນ.