ກົມໃຫຍ່ພະລາທິການ ເຊື່ອມຊຶມ 3 ເອກະສານສໍາຄັນ

0
1174

ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານສຳຄັນ, ໃນວັນທີ 16​ກັນຍາ ຜ່ານມາ, ເພື່ອໃຫ້ບັນດາ, ຄະນະຫ້ອງ, ກົມ, ໂຮງໝໍ 5 ເມສາ ແລະ ພະນັກງານຫຼັກແຫຼ່ງ ໄດ້ຮັບຮູ້ເນື້ອໃນເອກະສານ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດປະໂຫຍດສູງສຸດ, ເຜີຍແຜ່ໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ.

ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມ ມີ: ມະຕິກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ x, ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີ ຕາມຂະບວນການຍຸຕິທຳ ແລະ ມະຕິຂອງກົມການເມືອງສູນ ກາງພັກ ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່. ສຳລັບເນື້້ອໃນກ່ຽວກັບມະຕິກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ x ຜ່ານມາ ລັດຖະບານ, ອົງການປົກຄອງແຕ່ລະຂັ້ນໄດ້ເພີ່ມທະວີການຊີ້ນໍາແແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກກໍຄື ການຈັດຕັ້ງປະຕິບັດແຜນພັັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານເງິນຕາ, ແນໃສ່ສ້າງຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເປັນລະບົບໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ. ມະຕິວ່າດ້ວຍການຍົກສູງຄຸນນະພາບ ການດໍາເນີນຄະ ດີ ຕາມຂະບວນຍຸຕິທໍາ ໄດ້ລະບຸກ່ຽວກັບການເພີ່ມທະ ວີການຄຸ້ມຄອງຂອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທໍາມະນູນ ແລະ ກົດໝາຍ ພາຍໃຕ້ການ ນໍາພາຂອງພັກ, ເນື້ອແທ້ການປົກປັກຮັກສາໝາກຜົນຂອງການປະຕິວັດ ກໍ່ຄືປົກປ້ອງສິດ ແລະ ຜົນປະ ໂຫຍດຂອງລັດ, ລວມໝູ່ ແລະຂອງພົນລະເມືອງ.

ໃນໂອດາດນີ, ພັອ ໜູຈອນ ກ້ອນທອງດໍາ ຄະນະປະຈໍາພັກ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ໄດ້ເຜີຍແຜ່ເອກະສານ ມະຕິ ວ່າດ້ວຍການເພີ່ມວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທາງສັງຄົມໃຫ້ໜັກແໜ້ນ, ເພີ່ມທະວີຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານໃຫ້ເລິກເຊີ່ງ, ການເປັນໜ້າທີ່ຂອງປວງຊົນຢ່າງແທ້ຈີງ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຈໍາກັດ ແລະ ສະກັດກັ້ນ ໜໍ່ແໜງທີ່ຈະພາໃຫ້ກະທົບຕໍ່ຄວາມສະ ຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.