ກົມກວດກາ-ກວດການ ເປີດບັ້ນດໍາເນີນຊີວິດການເມືອງ

0
1353

ວັນທີ 21 ກັນຍາ 2020, ກົມກວດການ-ກວດການ ກະຊວງ ປກສ ໄດ້ເປີດບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2020, ເປັນປະທານໂດຍ ສະຫາຍ ພັອ ຄໍາຜາສິດ ບົງມູນທອງ ຄະນະພັກກະຊວງ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມກວດກາ-ກວດກາ, ມີ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍສະມາຊິກພັກ, ພະນັກ ງານ-ນັກຮົບ ເຂົ້າຮ່ວມ.

ການເປີດບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການຈັດ​ຕັ້ງ​ຮາກ​ຖານ​ພັກ, ກົມ​ກອງ ແລະ ສະມາຊິກ​ພັກ, ນາຍ ​ແລະ ພົນ​ຕຳຫຼວດ, ​ເພີ່ມ​ທະວີ​ບົດບາດ​ຄວາມ​ສາມາດ​ນຳພາ-ບັນຊາ ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ​ຕໍ່ວຽກງານວິຊາສະເພາະ ​ເພື່ອເຮັດ​ສຳ​ເລັດໜ້າທີ່​ການ​ເມືອງ​ຂອງ​ຕົນ​ ຕາມ​ແນວທາງ​ຂອງ​ພັກ, ພ້ອມທັງ ​ເປັນ​ການ​ກວດກາ-ຕີ​ລາຄາ​ຄືນ ການ​ຊີ້​ນຳ-ນຳພາ ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ ​ໃນ​ການ​ເຄື່ອນ​ໄຫວ​ກໍ່ສ້າງໜ່ວຍພັກ​ປອດ​ໃສ, ​ເຂັ້ມ​ແຂງ, ​ໜັກ​ແໜ້ນ, ​ເປັນ​ການ​ກວດກາ, ຕີ​ລາຄາ-​ແບ່ງ ​ປະ​ເພດ​ຄຸນ​ນະພາ​ບ ຂອງ​ຮາກ​ຖານ​ພັກ, ກົ​ມກອງ, ສະມາຊິກ​ພັກ-ນາຍ ​ແລະ ພົນ​ຕຳຫຼວດ ​ເພື່ອ​ເປັນ​ພື້ນຖານ​ໃນ​ການ​ປັບປຸງ​ກົງ ຈັກ​ການຈັດ​ຕັ້ງ​ຂັ້ນ​ຕ່າງໆ ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ, ຮັບປະກັນ​ການຈັດ​ຕັ້ງປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍຂອງ​ລັດ​ ກໍຄື​ແຜນການ​ຂອງ​ຂັ້ນ​ເທິງ​ໃນ​ແຕ່ລະ​ໄລຍະ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ໂອກາດດັ່ງກ່າວ, ໄດ້ເຜີຍແຜ່ບັນດາເອກະສານສຳຄັນຕ່າງໆ ເປັນຕົ້ນແມ່ນ ແຈ້ງການເນາະນໍາເພີ່ມເຕີມກົມໃຫຍ່ການເມືອງ ປກສ ເລກທີ 2606/ກມປສ, ລົງວັນທີ 16 ສິງຫາ 2019 ກ່ຽວກັບການແນະນໍາຂັ້ນຕອນ, ວິທີການດໍາເນີນການກວດກາຕີລາຄາ ແບ່ງປະເພດສະມາຊິກພັກ, ໜ່ວຍພັກ ແລະ ຄັດເລືອກໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຄຳສັ່ງແນະນຳຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະ ບັບເລກທີ 03/ຄພ.ປກສ, ລົງວັນທີ 12 ພະຈິກ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳ ລັງປ້ອງກັນຄວາມສະຫງົບ, ຄໍາສັ່ງແນະນຳ ຂອງກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 3791/ກມປສ, ລົງວັນທີ 28 ພະຈິກ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງແນະນໍາຂອງຄະນະບໍລິຫານງານພັກ ກະຊວງ ປກສ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ,  ພ້ອມທັງ ແນະນໍາວິທີການຂຽນບົດສໍາຫຼວດ.