ແຂວງໄຊຍະບູລີ ເຜີຍແຜ່ຜົນສໍາເລັດ ກອງປະຊຸມໃຫ່ຍອົງຄະນະພັກແຂວງ

0
886

ວັນທີ 17 ກັນຍາ 2020, ຄະນະພັກ-ຄະນະບັນຊາ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ໃນກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະ ຫງົບ  ແຂວງໄຊຍະບູລີ  300 ​ກວ່າສະຫາຍ ເຂົ້າຮ່ວມພິທີເຜີຍແຜ່ຜົນສໍາເລັດ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ຄັ້ງທີ VII, ເຜີຍແຜ່ໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແຂວງ.

ໃນພິທີ, ສະຫາຍ ພົງສະຫວັນ ສິດທະວົງ  ໄດ້ກ່າວວ່າ: ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ຄັ້ງທີ VII ໄດ້ດໍາເນີນເປັນເວ ລາ 2​ວັນເຕັມໃນລະຫວ່າງວັນທີ 8-9 ກັນຍາ 2020, ໂດຍມີ ສະຫາຍ ປອ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທືນ, ມີຜູ້ແທນສົມບູນເຂົ້າຮ່ວມ 297 ສະຫາຍ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນຕາມຄໍາຂວັນ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ເຂົ້າສູ່ລ່ວງເລິກ, ສາມາດຮັບປະກັນເຮັດໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສ້າງບາດລ້ຽວໃໝ່ໃນການພັດທະນາເສດຖະກິດ- ສັງຄົມ, ຮັບປະກັນໃຫ້ປະຊາຊົນມີກິນ,ມີໃຊ້ ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະ ນາ. ຜົນສໍາເລັດກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຖືໄດ້ວ່າເປັນປາງບຸນໃຫຍ່ ຂອງປະຊາຊົນບັນດາເຜົ່າຊາວ ແຂວງໄຊຍະບູລີ, ທັງເປັນບາດລ້ຽວໃໝ່ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງຄະນະພັກແຂວງ; ພ້ອມດຽວກັນນັ້ນ, ກໍເປັນກອງປະຊຸມ ທີ່ມີຄວາມໝາຍສໍາຄັນຕໍ່ຊີວິດ-ສັງຄົມ ພາຍໃນແຂວງ ກໍຄື ໃນທົ່ວປະເທດ ທີ່ໄດ້ໄຂຂຶ້ນໃນສະພາບແວດລ້ອມຂອງສາກົນ, ພາກພື້ນ ແລະ ພາຍໃນປະເທດ ພວມປະເຊີນກັບສິ່ງທ້າທາຍຫຼາຍປະ ການໂດຍສະເພາະ ແມ່ນການແພ່ລະບາດຂອງພະຍາດໂຄວິດ-19 ທີ່ພວມສົ່ງຜົນກະທົບອັນຮ້າຍແຮງຕໍ່ຄວາມໝັ້ນຄົງ, ເສດຖະກິດ ແລະ ຊີວິດການເປັນຢູ່ຂອງມ່ວນມະນຸດໃນໂລກ.

ການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VII ເປັນເວລາ 2 ວັນເຕັມໂດຍ ລວມແລ້ວແມ່ນມີບັນຍາກາດຟົດຟື້ນແລະເຕັມໄປດ້ວຍເນື້ອໃນ, ສະແດງເຖິງຄວາມສາມັກຄີ, ຄວາມເປັນເອກະພາບ, ຄວາມຮັບຜິດຊອບສູງ, ຂອງຜູ້ແທນກອງປະຊຸມ ແລະ ທຸກພາກສ່ວນເຂົ້າຮ່ວມ ເຊິ່ງໄດ້ພ້ອມກັນສະຫຼຸບສັງລວມຄືນຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຮັບຮອງເອົາທິດທາງແຜນການ 5 ປີ ແຕ່ປີ 2021-2025, ພ້ອມທັງເປັນເອກະສັນກັນເລືອກເອົາ ຄະນະບໍລິຫານງານພັກແຂວງຊຸດໃໝ່ ຈໍານວນ 35 ສະຫາຍ, ຍິງ 5 ສະຫາຍ. ໃນນີ້, ໄດ້ເລືອກເອົາຄະນະປະຈໍາພັກແຂວງ 11ສະຫາຍ, ເລືອກເອົາ ສະຫາຍ ພົງສະຫວັນ ສິດທະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ ສະຫາຍ ເພັງນິລັນ ຄໍາພັນເພັງ ແລະ ສະຫາຍ ດວງຕາ ໄຊວຸດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ສົມຫວັງ ແກ້ວວິໄລສັກ ເປັນປະທານກວດກາ, ສະຫາຍ ສີທອນ ພັນ ທະວົງ ແລະ ສະຫາຍ ທອງສຸກ ເຊັງທໍ່ ເປັນຮອງປະທານກວດກາ.