ປກສ ແຂວງຜົ້ງສາລີ ປະກາດການຈັດຕັ້ງຂັ້ນພະແນກ ແລະ ໜ່ວຍງານ

0
1000

ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງຂັ້ນພະແນກ ແລະ ໜ່ວຍງານ, ໃນອາທິດຜ່ານມາ, ໂດຍມີ ພັອ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ-ຮອງຫ້ອງ ຈາກ 7 ຫ້ອງ, 1 ກອງ ແລະ ພະນັກງານ-ນັກຮົບ ອ້ອມຂ້າງກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ພັທ ນາງ ວຽງຄຳ ຄຸນສົມເຮືອງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 3781/ກມປສ, ລົງວັນທີ 4 ກັນຍາ 2020 ວ່າດ້ວຍການອະນຸມັດແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຜົ້ງສາລີ. ໃນນີ້, ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕົກລົງເຫັນດີໃຫ້ກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງຜົ້ງສາລີ ອອກຂໍ້ຕົກລົງວ່າດ້ວຍການເເຕ່ງຕັ້ງ ຫົວໜ້າພະແນກ-ຮອງພະແນກ ແລະ ຂັ້ນໜ່ວຍງານ ໃຫ້ບັນດາຫ້ອງ ແລະ ກອງບັນຊາ ການ ປກສ ເມືອງ, ໃນນີ້ ໄດ້ຕົກລົງແຕ່ງຕັ້ງ ຫົວໜ້າພະແນກ ທີ່ຂຶ້ນກັບຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ ເມືອງ ມີ 5 ສະຫາຍ, ຮອງພະແນກ 6 ສະຫາຍ ຍິງ 2 ສະຫາຍ, ແຕ່ງຕັ້ງ ຫົວໜ້າໜ່ວຍງານ 24 ສະຫາຍ ຍິງ 6 ສະຫາຍ, ຮອງໜ່ວຍງານ 12 ສະຫາຍ, ຫົວໜ້າໝວດ 2 ສະຫາຍ, ຫົວໜ້າຫ້ອງການ ປ້ອງກັນຄວາມສະຫງົບ ບໍລິການປະຊາຊົນ 5 ສະຫາຍ ແລະ ຮອງ 2 ສະຫາຍ.

ໃນໂອກາດນີ້, ພັອ ຄໍາຈັນ ແສງລາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຮຽກຮ້ອງມາຍັງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງສືບຕໍ່ຮັກສາມູນເຊື້ອ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສຸມໃສ່ເຄື່ອນໄຫວວຽກງານການເມືອງ-ແນວຄິດຕໍ່ພະນັກງານ-ນັກ ຮົບໃຫ້ເປັນປົກກະຕິ, ພ້ອມກັນປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດ, ມີຄວາມຈົ່ງຮັກພັກດີ, ມີທັດສະນະການເມືອງທີ່ໜັກແໜ້ນ, ຮູ້ຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ດີຂຶ້້ນກ່ວາເກົ່າ.