ເຈົ້າໜ້າທີ່ກອງຄະດີ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ໃນຄັ້ງວັນທີ 3 ສິງຫາ ຜ່ານມາ, ໄດ້ຈອດລົດຊູໂມ້ເອັກສີດໍາ ໝາຍເລກທະບຽນ ດລ 4980 ໄວ້ແຄມທາງ ແລ້ວເຂົ້າໄປຊອກຫາເຫັດຢູ່ໃນປ່າ. ພາຍຫຼັງທີ່ອອກມາກໍບໍ່ພົບລົດຈັກຄັນດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມສັນຍານ ຈີພີເອັສ ທີ່ຕິດຕັ້ງໄວ້ພາຍໃນລົດ.

ມື້ຕໍ່ມາ, ຈຶ່ງສາມາດກັກຕົວຜູ້ລົງມືລັກຊັບພົນລະເມືອງໄດ້ ຈໍານວນ 2 ຄົນ ຊື່ທ້າວ ພູທອນ ຫຼື ແຫຼ້ ອາຍຸ 35 ປີ ແລະ ທ້າວ ສຸລິຍາ ຫຼື ຍາ ອາຍຸ 24 ປີ. ພວກກ່ຽວແມ່ນອາໄສຢູ່ບ້ານນາສ້າງໄພ ເມືອງໄຊເສດຖາ; ໃນນັ້ນ, ຜ່ານການສອບສວນໃນເບື້ອງຕົ້ນ ພວກກ່ຽວສາລະພາບວ່າ: ໄດ້ຮູ້ຈັກກັນມາແຕ່ດົນແລ້ວ ແລະ ເຄີຍຮ່ວມດື່ມເຫຼົ້າ-ຊຸມແຊວນໍາກັນຫຼາຍຄັ້ງ. ມາ ຮອດວັນທີ 3 ສິງຫາ 2020, ໄດ້ຊວນກັນໄປຫາເຫັດຢູ່ປ່າເຂດໃກ້ບ້ານນາສ້າງໄພ ພາຍຫຼັງທີ່ໄປຮອດ ກໍໄດ້ແຍກກັນຊອກຫາໃຜມັນ; ຕໍ່ມາ, ໄດ້ມີຊາຍຄົນໜຶ່ງ ຂັບຂີ່ລົດຈັກຊູໂມ້ເອັກ ສີດໍາ ໝາຍເລກທະບຽນ ດລ 4980 ຈອດໄວ້ແຄມທາງ, ເຊິ່ງໃກ້ກັບບ່ອນທີ່ທ້າວ ພູທອນ ຢູ່, ສ່ວນເຈົ້າຂອງລົດ ແມ່ນເຂົ້າໄປໃນປ່າ ແລະ ຕົນເອງກໍໄດ້ໄປຈູງເອົາລົດຈັກຄັນດັ່ງກ່າວໄປຫາທ້າວ ສຸລິຍາ; ເມື່ອໄດ້ລົດຈັກແລ້ວ, ທັງສອງ ກໍໄດ້ປຶກສາກັນວ່າ: ຈະເອົາລົດຄັນນີ້ໄປ ຂາຍຢູ່ໃສ. ເນື່ອງຈາກພວກກ່ຽວບໍ່ຮູ້ຈັກບ່ອນຂາຍ ຈຶ່ງໄດ້ນໍາໄປຊຸກເຊື່ອງໄວ້ໃນປ່າບ່ອນໃໝ່.

ວັນທີ 4 ສິງຫາ, ພວກກ່ຽວໄດ້ພາກັນກັບໄປເອົາລົດຄັນດັ່ງກ່າວ ແລ້ວຂັບຂີ່ໄປຫຼິ້ນນໍາໝູ່ຢູ່ ບ້ານສີວິໄລ ເມືອງໄຊທານີ ຈຶ່ງຖືກເຈົ້າໜ້າທີ່ ກອງຄະດີອາຍາ ເມືອງໄຊເສດຖາໄປກັກຕົວ ສອບສວນຂະຫຍາຍຜົນ. ນອກນີ້, ພວກກ່ຽວຍັງສາລະພາບຕື່ມອີກວ່າ: ໄລຍະຜ່ານມາ, ໄດ້ເຄື່ອນໄຫວເສບຢາບ້າມາແຕ່ປີ 2015 ໂດຍເສບມື້ລະ 2-3 ເມັດ; ສ່ວນຢາບ້າທີ່ນໍາມາເສບໃນແຕ່ລະຄັ້ງແມ່ນຊື້ນໍາໄວລຸ້ນບໍ່ຮູ້ຊື່-ທີ່ຢູ່ຕາມຮ້ານເກມ-ຮ້ານອິນເຕີເນັດທົ່ວໄປ ພາຍຫຼັງທີ່ໄດ້ຢາມາແລ້ວກໍນໍາໄປເສບຢູ່ໃນປ່າແຄມບ້ານ.