ມອບຄົນຈີນ ລັກລອບເຂົ້າເມືອງຜິດກົດໝາຍ

0
816

ໃນວັນທີ 11 ກັນຍາ 2020, ຢູ່ທີ່ຊາຍແດນ ລາວ-ຈີນ ຫຼັກໝາຍ 35 ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ນໍາພົນລະເມືອງຈີນທີ່ລັກລອບເຂົ້າເມືອງແບບຜິດກົດໝາຍ ມອບໃຫ້ ກອງບັນຊາການຕຳຫຼວດ ເມືອງຫຼ້າ ແຂວງຢູນນານ ສປ ຈີນ; ຝ່າຍລາວ ນໍາໂດຍ ພັທ ພຸດທະສອນ ວົງແຝງຄຳ ຫົວໜ້າກອງບັນຊາການ ປກສ ເມືອງສິງ ພ້ອມດ້ວຍຄະນະ, ຝ່າຍຈີນນຳໂດຍ ພັອ ລີສ່ຽວຕົງ ຮອງຫົວໜ້າກອງບັນຊາການຕຳຫຼວດ ເມືອງຫຼ້າ ພ້ອມດ້ວຍຄະນະ.

ພັທ ພຸດທະສອນ ວົງຄໍາແຝງ ກ່າວວ່າ: ສຳລັບພົນລະເມືອງຈີນທີ່ລັກລອບເຂົ້າເມືອງໂດຍບໍ່ຜ່ານດ່ານ ແລະ ບໍ່ມີເອກະສານອະນຸຍາດເຂົ້າ-ອອກປະຕູດ່ານ ຈໍານວນ 1 ຄົນ ຊື່ ທ້າວ ຕອງເຈ ອາຍຸ 27 ປີ ຢູ່ບ້ານປາລີ ເມືອງຢວນ ແຂວງຢູນນານ ສປ ຈີນ, ເຊິ່ງຜູ້ກ່ຽວລັກລອບເຂົ້າເມືອງ ເພື່ອຊອກວຽກເຮັດງານທຳ ແຕ່ຜູ້ກ່ຽວລັກລອບເຂົ້າມາແບບບໍ່ຖືກຕ້ອງຕາມລະບຽບຫຼັກການ; ດັ່ງນັ້ນ, ທາງເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ຈຶ່ງໄດ້ກັກຕົວ ແລະ ມອບຄືນໃຫ້ ເຈົ້າໜ້າທີ່ ສປ ຈີນ ເພື່ອນຳກັບໄປປະເທດ ແລະ ສຶກສາອົບຮົມຜູ້ກ່ຽວ.

ພ້ອມດຽກັນນີ້, ທັງສອງຝ່າຍກໍໄດ້ພ້ອມກັນເຊັ່ນບົດບັນທຶກມອບ-ຮັບ ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເພື່ອເປັນສັກຂີພະຍານ.