ປະກາດເລື່ອນຊັ້ນ ຢູ່ ປກສ ແຂວງສາລະວັນ
ປະກາດເລື່ອນຊັ້ນ ຢູ່ ປກສ ແຂວງສາລະວັນ

ກອງບັນຊາການ ປກສ ແຂວງສາລະວັນ ໄດ້ ປະກາດເລື່ອນຊັ້ນ ໃຫ້ນາຍຕຳຫຼວດ ໃນວັນທີ 16 ກັນຍາ 2020, ໂດຍມີ ທ່ານ ປອ ໂພໄຊ ໄຊຍະສອນ ຮັກສາການເຈົ້າແຂວງສາລະວັນ; ມີຄະນະພັກ-ຄະນະບັນຊາ, ຫ້ອງ, ກອງພັນ, ຄ້າຍຄຸມ-ຂັງດັດສ້າງນາໄຊ, ປກສ ເມືອງ ແລະ ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.

ພັທ ສົມພາວັນ ເພັດສະລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງເລກທີ 1625/ປກສ; ລົງວັນທີ 14 ສິງຫາ 2020 ໂດຍລັດຖະມົນຕີກະຊວງ ປກສ ໄດ້ຕົກລົງເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໃຫ້ ປກສ ແຂວງສາລະວັນ 12 ສະຫາຍ ຍິງ 2 ສະຫາຍ; ປະດັບຊັ້ນໂດຍ ພັອ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງ.

ໂອກາດດຽວກັນ, ກໍໄດ້ຜ່ານມະຕິ ຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ອະນຸກໍາມະການຕ່າງໆ ເພື່ອກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ຄໍາສັ່ງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການເພີ່ມທະວີວຽກງານ ປກສ; ຂໍ້ຕົກລົງການແບ່ງຄວາມຮັບຜິດຊອບໃຫ້ຄະນະຊີ້ນໍາ-ບັນຊາ, ກອງເລຂາ ເພື່ອອໍານວຍຄວາມສະດວກວຽກງານປ້ອງກັນກອງປະຊຸມໃຫຍ່ຂອງສູນກາງພັກ, ຜ່ານແຜນການມອບ-ຮັບໜ້າທີ່ໃຫ້ບັນດາຫ້ອງກອງພັນ, ຄ້າຍຄຸມຂັງດັດສ້າງ, ປກສ ເມືອງ, ຫ້ອງການກຸ່ມ ແລະ ຊາຍແດນ ໃຫ້ມີການເຂັ້ມງວດກວດກາຊອກຮູ້ແຫຼ່ງຂ່າວພາຍໃນພາຍນອກໃຫ້ມີຊັດເຈນ.