ໂຮງຮຽນຊົນລະປະທານທ່າງອນ ສະຫຼຸບການກໍ່ສ້າງວິຊາການ ຫຼັກສູດຊັ້ນສູງ

0
991

ວັນທີ 18 ກັນຍາ ທີ່ຜ່ານມາ, ໂຮງຮຽນຊົນລະປະທານຊັ້ນສູງ ທ່າງອນ ຈັດພິທີສະຫຼຸບການກໍ່ສ້າງວິຊາການ ຫຼັກສູດຊັ້ນສູງ ຄື: ສາຂາວິຊາວິສະວະກຳ ຊົນລະປະທານ, ສາຂາວິຊາວິສະວະກຳຊັບພະຍາກອນນໍ້າ ແລະ ສາຂາວິຊາກົນຈັກ ກະສິກຳ ສົກຮຽນ 2019-2020, ໂດຍມີ ທ່ານ ຄຳພຸດ ພັນດານຸວົງ ຫົວໜ້າກົມກວດກາ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ທອງຈັນ ສີສຸລິດາວັນ ອຳນວຍການໂຮງຮຽນຊົນລະ ປະທານຊັ້ນສູງ ທ່າງອນ, ມີບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາ ພາຍໃນໂຮງຮຽນເຂົ້າຮ່ວມ.

ທ່ານ ທອງເລີຍ ແສງອານົງ ຮອງອໍານວຍການໂຮງຮຽນ ກ່າວວ່າ: ໂຮງຮຽນຊົນລະປະທານຊັ້ນສູງ ທ່າງອນ ມີຫຼັກສູດການຮຽນ 3 ລະບົບ ຄື: ຫຼັກສູດຊັ້ນກາງ 2 ປີ, ຫຼັກສູດຊັ້ນສູງ ຕໍ່ເນື່ອງ 18 ເດືອນ ແລະ ຫຼັກ ສູດຊັ້ນສູງ 3 ປີ. ສໍາລັບນັກສຶກສາລະບົບຊັ້ນສູງ ທົ່ວໄປ 3 ປີ (2017-2020) ທີ່ສໍາເລັດການສຶກສາໃນຄັ້ງນີ້ ມີທັງໝົດ108 ຄົນ ຍິງ 32 ຄົນ ປະກອບມີ 3 ສາຂາ ຄື: ສາຂາວິສະວະກຳຊົນລະປະທານ, ສາຂາວິ ສະວະກຳ ຊັບພະຍາກອນນ້ຳ ແລະ ສາຂາກົນຈັກກະສິກໍາ. ໃນນີ້, ມີທັງໝົດ 49 ຄົນ ຍິງ 8 ຄົນ ສອບເສັງໄດ້ຄະແນນເກຣດ B+ ມີຈໍານວນ 2 ຄົນ, ເກຣດ B ມີຈໍານວນ 13 ຄົນ, ເກຣດ C+ ມີ 24 ຄົນ ແລະ ເກຣດC ມີຈໍານວນ 10 ຄົນ;ສາຂາວິສະວະກຳຊັບພະຍາກອນນ້ຳ ມີທັງ ໝົດ 45 ຄົນ ຍິງ 34 ຄົນ ສອບເສັງໄດ້ຄະແນນເກຣດ B+ ມີ 2 ຄົນ, ເກຮດ B ມີ 11 ຄົນ, ເກຣດ C+ ມີ 30 ຄົນ, ເກຣດ C ມີ 2 ຄົນ  ແລະ ສາຂາກົນຈັກກະສິກໍາ ມີທັງໝົດ8 ຄົນ ຍິງ 1 ຄົນ ໄດ້ເກຣດ B ມີ 6 ຄົນ, ເກຣດ C+ ມີ 1 ຄົນ. ນອກນັ້ນ, ແມ່ນນັກສຶກສາລະບົບ ຊັ້ນສູງຕໍ່ເນື່ອງ (18 ເດືອນ) ມີ 5 ຄົນ ສອບເສັງໄດ້ຄະແນນເກຣດ B+ ມີ 5 ຄົນ ເທົ່າກັບ 100%.

ໃນພິທີ,ໄດ້ມອບໃບຍ້ອງຍໍ, ໃບຊົມເຊີຍ ໃຫ້ນັກສຶກສາຮຽນດີ, ຮຽນເກັ່ງ, ມີວິໄນ ປະກອບສ່ວນສ້າງສາພັດ ທະນາໂຮງຮຽນ ສະເພາະດ້ານ (ການອອກແຮງງານ, ກິລາ, ສິລະປະ-ວັນນະຄະດີ ແລະ ການປະກອບ ສ່ວນບໍລິຈາກເລືອດ) ປະຈຳປີ 2020 ຈຳນວນ 73ຄົນ ຍິງ 21ຄົນ ເປັນກຽດມອບ ໂດຍ ທ່ານ ທອງຈັນ ສີສຸລິດາວັນ ອຳນວຍການໂຮງຮຽນຊົນລະ ປະທານຊັ້ນສູງ ທ່າງອນ.