ໃນວັນທີ 22 ກັນຍາ ນີ້, ຫ້ອງເຕັກນິກ ວິທະຍາຄານກົມມະດໍາ ປະກາດແຕ່ງຄະນະໜ່ວຍຊາວໜຸ່ມ-ແມ່ຍິງ ຊຸດໃໝ່ຂຶ້ນ ພາຍໃຕ້ການເປັນປະທານຂອງ ພັທ ຄໍາດີ ແສນວົງສາ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດໍາ ມີ ພັທ ບຸນເພັງ ສໍພາບມີໄຊ ຮອງຫ້ອງເຕັກນິກ ວິທະຍາຄານກົມມະດໍາ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ-ນັກຮົບ ຊາວໜຸ່ມ-ແມ່ຍິງເຂົ້າຮ່ວມ.

ພັທ ວັນດີ ພອນວິໄລ ຫົວໜ້າພະແນກຊາວໜຸ່ມ ວິທະຍາຄານກົມມະດໍາ ຂຶ້ນຜ່ານຂໍ້ຕົກລົງ ແຕ່ງຕັ້ງອົ່ງຕົວຂອງຮາກຖານໜ່ວຍຊາວໜຸ່ມ ໂດຍອີງຕາມກົດໝາຍ-ກົດລະບຽບຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ວ່າດ້ວຍລະບົບການຈັດຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອຕົກລົງແຕ່ງຕັ້ງບົ່ງຕົວບຸກຄະລະກອນໃຫ້ໜ່ວຍຊາວໜຸ່ມຫ້ອງເຕັກນິກປະກອບມີ 5 ສະຫາຍ. ໂອກາດດັ່ງກ່າວ, ພັທ ນາງ ນວນທອງ ຈັນທະພິມ ຫົວໜ້າພະແນກສະຫະພັນແມ່ຍິງ ວິທະຍາຄານກົມມະດໍາ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າາທີ່ການເມືອງໃນໄລຍະໃໝ່ຂອງສະຫະພັນແມ່ຍິງຫ້ອງເຕັກນິກ ຈໍານວນ 3 ສະຫາຍ ແລະ ໃນຕອນທ້າຍກອງປະຊຸມ, ພັທ ຄໍາດີ ແສນວົງສາ ຮອງຫົວໜ້າຫ້ອງການເມືອງໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່, ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ.

ພ້ອມນັ້ນ, ພັທ ຄໍາດີ ແສນວົງສາຮຽກຮ້ອງໃຫ້ພະນັກງານ-ນັກຮົບທຸກສະຫາຍ ຈົ່ງເພີ່ມທະວີວິຊາສະເພາະເປັນຢ່າງດີເອົາ ໃຈໃສ່ຊຸກຍູ້ຂະບວນການຂອງວຽກງານການເມືອງໃຫ້ກວ້າງຂວາງຂຶ້ນຕື່ມ ເປັນຕົ້ນແບບແຜນວິທີເຮັດວຽກເປັນໝູ່ຄະນະ ແລະ ມີຜົນສໍາເລັດ ຖືເອົາວຽກງານສຶກສາອົບຮົມ-ການເມືອງ-ນໍາພາແນວຄິດ ເປັນບັນຫາສໍາຄັນໃຫ້ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄຸນທາດການເມືອງໜັກແໜ້ນ ເພື່ອພ້ອມກັນຈັດຕັ້ງນໍາພາປັບປຸງໃຫ້ຊາວໜຸ່ມ-ແມ່ຍິງ ເຂົ້າສູ່ລະບຽບແບບແຜນທັນສະໄໝຂຶ້ນເທື່ອລະກ້າວ.

ພາບ-ຂ່າວ: ນາງ ດວງມະລາ ວັນທານຸວົງ