ລັດວິສາຫະກິດໄຟຟ້າລາວ ພົບປະແລກປ່ຽນບົດຮຽນ ກັບສື່ມວນຊົນ

0
1332

ລັດວິສາຫະກິດໄຟຟ້າລາວ ໄດ້ພົບປະແລກປ່ຽນບົດຮຽນ ຮ່ວມກັບສື່ມວນຊົນ ໃນວັນທີ 22 ກັນຍາ ນີ້, ໂດຍມີ ທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ. ພ້ອມດ້ວຍທ່ານ ຈັນທະບູນ ສຸກອາລຸນ  ວ່າການຜູ້ອຳນວຍ ການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ບັນດາສື່ມວນຊົນ ອ້ອມຂ້າງສູນກາງເຂົ້າຮ່ວມ.

ທ່ານ ຈັນທະບູນ ສຸກອາລຸນ ໄດ້ລາຍງານສະພາບກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວ ຂອງລັດວິສາຫະ ກິດໄຟຟ້າລາວ, ໂດຍຍົກໃຫ້ຮູ້ເຖິງຫຼາຍບັນຫາທີ່ໄຟຟ້າລາວຍັງປະເຊີນ ເປັນຕົ້ນແມ່ນ: ສາເຫດທີ່ເຮັດໃຫ້ລາຄາໄຟຟ້າແພງ, ການຊໍາລະໜີ້ສິນ ທີ່ຢືມມາລົງທຶນໃນການກໍ່ສ້າງ ແລະ ຕິດຕັ້ງສາຍສົ່ງ,ການຜະລິດກະແສໄຟຟ້າ ໃນຂອບເຂດທົ່ວປະເທດ ເພື່ອສະໜອງໃຫ້ປະຊາຊົນໃນທົ່ວປະເທດ ໄດ້ຊົມໃຊ້ ເຊິ່ງການຊົມໃຊ້ໄຟຟ້າຂອງປະເທດເຮົາ ຖ້າທຽບໃສ່ຫຼາຍປະເທດອ້ອມຂ້າງ ຖືວ່າອັດຕາການຈ່າຍຄ່າຊົມ ໃຊ້ແມ່ນຍັງຕໍ່າກວ່າຫຼາຍປະເທດ. ນອກນັ້ນ, ຍັງລາຍງານກ່ຽວກັບ ວິທີການແກ້ໄຂ ຂອງລັດວິສາຫະກິດໄຟຟ້າລາວ ໃນສະເພາະໜ້າ ເພື່ອເຮັດໃຫ້ຜູ້ທີ່ມີລາຍໄດ້ຕໍ່າຈ່າຍຄ່າໄຟຟ້າຖືກລົງ ແລະ ທັງຮັບປະກັນບໍ່ໃຫ້ລັດວິສາຫະກິດໄຟຟ້າລາວ ຫຼຸບທຶນຈາກການຊື້-ຂາຍໄຟຟ້າ. ຢ່າງໃດກໍຕາມ ອີກປະມານ 10 ກວ່າປີຂ້າງໜ້າ ຖ້າຫາກເຂື່ອນທີ່ຜະລິດກະແສໄຟຟ້າໃຫຍ່ໆຫຼາຍແຫ່ງໃນລາວ ໝົດສັນຍາກັບຜູ້ສຳປະທານ ແລ້ວກັບມາເປັນຂອງລັດຖະບານ ເຊື່ອວ່າຜູ້ຊົມໃຊ້ໄຟຟ້າຈະໄດ້ຈ່າຍຄ່າໄຟຟ້າຖືກລົງໄປຕາມແຕ່ລະລະດັບຢ່າງແນ່ນອນ.

ໃນພິທີ, ທັງສອງຝ່າຍ ກໍໄດ້ມີການສົນທະນາ, ແລກປ່ຽນຄຳຄິດເຫັນ ເຊິ່ງກັນແລະກັນ ຢ່າງກົງໄປກົງມາ ແລະ ໃນໂອາກາດດັ່ງກ່າວນີ້, ທ່ານ ສະຫວັນຄອນ ຣາຊະມົນຕີ ກໍໄດ້ຮຽກຮ້ອງໃຫ້ລັດວິສາຫະກິດໄຟ ຟ້າລາວ ຈົ່ງເປັນເຈົ້າການສະໜອງຂໍ້ມູນຂ່າວສານໃຫ້ກັບສື່ມວນຊົນ ແຕ່ ລະສຳນັກຢ່າງວ່ອງໄວ ແລະ ທັນກັບສະພາບການ ເພື່ອຕອບໂຕ້ກັບຂ່າວສານທີ່ບໍ່ມີມູນຄວາມຈິງ ແນໃສ່ອັດຊ່ອງຫວ່າງກຸ່ມຄົນບໍ່ຫວັງດີ ທີ່ຈະໃສ່ຮ້າຍປ້າຍສີ ຕໍ່ພັກ-ລັດຖະບານ.