ກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ແຂວງໄຊຍະບູລີ

0
844

ຫ້ອງວ່າການປົກຄອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເປີດບັ້ນກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃນອາທິດຜ່ານມາ, ເປັນປະທານໂດຍ ທ່ານ ພົງສະຫັວນ ສິດທະວົງ ເຈົ້າ ແຂວງໄຊຍະບູລີ, ມີ ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບ ແຫ່ງລັດ ພ້ອມດ້ວຍການນໍາແຕ່ລະຂັ້ນ ພາຍໃນແຂວງ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວນີ້, ໄດ້ຮັບຟັງການສະເໜີລາຍງານ ຄວາມຄືບໜ້າໃນການປັບປຸງ ແກ້ໄຂມາດຕະການຈາກ ຜົນການກວດສອບ ປະຈຳປີ 2017-2018,  ແຜນເຄື່ອນໄຫວກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ ປະຈຳປີ 2019 ແລະ ໄດ້ປຶກສາຫາລືແລກ ປ່ຽນບົດຮຽນກ່ຽວກັບການປັບປຸງ ແກ້ໄຂຂໍ້ຄົງຄ້າງ ຈາກຜົນການກວດສອບໃນປີຜ່ານມາ ທີ່ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ເປັນຕົ້ນ: ແມ່ນການດຳເນີນການເຄື່ອນໄຫວກວດສອບລະບົບການຄວບຄຸມພາຍໃນ, ການກວດສອບການນຳໃຊ້ ແລະ ຄຸ້ມ ຄອງງົບປະມານ ແຫ່ງລັດ ໂດຍເຍືອງໃສ່ກົດໝາຍ, ມະຕິກອງປະຊຸມສະພາປະຊາຊົນແຂວງ, ບັນດານິຕິກຳໃຕ້ກົດໝາຍ ບົນພື້ນຖານ 6 ຫຼັກການ, 3 ຂັ້ນຕອນ ຂອງມາດຕະຖານການກວດສອບ ແຫ່ງລັດ ທີ່ໄດ້ກໍານົດໄວ້.

ກອງປະຊຸມ, ໄດ້ເປັນເອກະພາບ ແລະ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ຄຸນປະໂຫຍດ ຂອງວຽກງານກວດສອບ. ຜ່ານການກວດສອບໃນໄລ ຍະຜ່ານມາ ໄດ້ຢັ້ງຢືນໃຫ້ເຫັນວ່າປະກົດການຫຍໍ້ທໍ້ຕ່າງໆ, ການຮົ່ວໄຫຼງົບປະມານແຫ່ງລັດ ໄດ້ຮັບການແກ້ໄຂດີຂຶ້ນ, ການນຳໃຊ້ງົບປະມານ ຢ່າງເປັນປົກກະຕິ, ເຫັນໄດ້ຈາກການຄຸ້ມຄອງການເງິນ ແລະ ງົບປະມານແຫ່ງລັດ ມີປະສິດທິພາບ, ປະສິດທິຜົນ, ມີຄວາມປະຍັດ ໂປ່ງໃສ, ການປະຕິບັດວິໄນແຜນການ-ການເງິນມີຄວາມເຂັ້ມງວດ ເຮັດໃຫ້ການນຳໃຊ້ແຫຼ່ງທຶນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ມີການຂະຫຍາຍຕົວຕາມທິດຍືນຍົງ.