ນາຍຕໍາຫຼວດທີ່ພັກການຮັບອຸດໜູນບໍານານ ມີທັງໝົດ 12 ຄົນ
ນາຍຕໍາຫຼວດທີ່ພັກການຮັບອຸດໜູນບໍານານ ມີທັງໝົດ 12 ຄົນ

ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດ ນາຍຕໍາຫຼວດພັກການຮັບອຸດໜູນບໍານານ ໃນວັນທີ 22 ກັນຍາ 2020, ເປັນປະທານໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງກົມໃຫຍ່ ພ້ອມທັງນາຍຕໍາຫຼວດທີ່ໄດ້ຮັບນະໂຍບາຍພັກການຮັບອຸດໜູນບໍານານ ເຂົ້າຮ່ວມ.

ໃນພິທີ, ພັອ ບຸນສີ ທໍາມະລັງສີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບໍານານ ມີຈໍານວນ 12 ສະຫາຍ ຍິງ 4 ສະຫາຍ; ໃນນີ້, ມີພະນັກງານຈາກພາກສ່ວນຕ່າງໆດັ່ງນີ້:

  • ຫ້ອງກໍາມະບານ ຈໍານວນ 1 ສະຫາຍ
  • ຫ້ອງການ ຈໍານວນ 2 ສະຫາຍ
  • ກົມໂຄສະນາ ຈໍານວນ 1 ສະຫາຍ
  • ໂຮງຮຽນວັດທະນະທໍາ ຫຼັກ 67 ຈໍານວນ 5 ສະຫາຍ
  • ກົມສື່ມວນຊົນ ປກສ ຈໍານວນ 1 ສະຫາຍ
  • ກົມນະໂຍບາຍ ຈໍານວນ 1 ສະຫາຍ
  • ໂຮງຮຽນທິດສະດີການເມືອງ ປກສ ຈໍານວນ 1 ສະຫາຍ

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ນາຍຕໍາຫຼວດທີ່ພັກການຮັບອຸດໜູນບໍານານໃນຄັ້ງນີ້ ເຊິ່ງຕະຫຼອດໄລຍະຜ່ານມາ ບັນດາສະຫາຍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການງານທີ່ການຈັດຕັ້ງມອບໝາຍໃຫ້ ພ້ອມທັງອວຍພອນໄຊໃຫ້ຜູ້ພັກການຮັບອຸດໜູນບໍານານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ.