ນາຍ ແລະ ພົນຕໍາຫຼວດ ທີ່ໄປຍົກລະດັບຄວາມຮູ້ດ້ານວິຊາສະເພາະໃນຄັ້ງນີ້ ມີຈໍານວນ 46 ສະຫາຍ ເປັນຍິງ 6 ສະຫາຍ
ນາຍ ແລະ ພົນຕໍາຫຼວດ ທີ່ໄປຍົກລະດັບຄວາມຮູ້ດ້ານວິຊາສະເພາະໃນຄັ້ງນີ້ ມີຈໍານວນ 46 ສະຫາຍ ເປັນຍິງ 6 ສະຫາຍ

ວັນທີ 21 ກັນຍາ ທີ່ຜ່ານມາ, ຫ້ອງການເມືອງ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີປະກາດນໍາສົ່ງນາຍ ແລະ ພົນຕໍາຫຼວດ ຈໍານວນ 46 ສະຫາຍ, ຍິງ 6 ສະຫາຍ ໄປຍົກລະດັບຄວາມຮູ້ດ້ານວິຊາສະເພາະ ຂອງ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ; ເຊິ່ງເປັນປະທານໂດຍ ພັທ ອຸ່ນເຮືອນ ຮັກວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງຫຼວງນ້ຳທາ, ມີບັນດານາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການຕົກລົງໄປຍົກລະດັບວິຊາສະເພາະ ເຂົ້າຮ່ວມ.

ໃນພິທີ, ພັທ ນາງ ຄໍາຫຼ້າ ຈິດຕະວົງ ຫົວໜ້າພະແນກຈັດຕັ້ງ ປກສ ແຂວງ ໄດ້ຂຶ້ນຜ່ານແຈ້ງການດັ່ງນີ້:

  • ແຈ້ງການຂອງ ກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 3455/ກມປສ ລົງວັນທີ 15 ກັນຍາ 2020 ວ່າດ້ວຍ ການສົ່ງນາຍ ແລະ ພົນຕໍາຫຼວດ ເຂົ້າຮຽນວິຊາສະເພາະປ້ອງກັນຄວາມສະຫງົບ ລະດັບຕ່າງໆ ຢູ່ວິທະຍາຄານສັນຕິບານປະຊາຊົນ ປະຈໍາປີ 2020;
  • ແຈ້ງການຂອງ ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການນໍາສົ່ງນາຍຕໍາຫຼວດ ເຂົ້າຮຽນທິດສະດີການເມືອງ ຊັ້ນສູງ ລະບົບ 2 ປີ ຮຸ່ນທີ XV ຢູ່ໂຮງຮຽນທິດສະດີການເມືອງ ປ້ອງກັນຄວາມຫງົບ.

ພ້ອມນັ້ນ, ຍັງມີອີກ 2 ແຈ້ງການ ຄື:

  • ແຈ້ງການຂອງ ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການນໍາສົ່ງນາຍ ແລະ ພົນຕໍາຫຼວດ ເຂົ້າຮຽນວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບຕ່າງໆ ຢູ່ວິທະຍາຄານຕໍາຫຼວດປະຊາຊົນ;
  • ແຈ້ງການຂອງ ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການນໍາສົ່ງນາຍ ແລະ ພົນຕໍາຫຼວດ ເຂົ້າຮຽນວິຊາສະເພາະປ້ອງກັນຄວາມສະຫງົບ ລະດັບຊັ້ນສູງ ຮຸ່ນທີ II ຢູ່ໂຮງຮຽນ ປກສ ຊັ້ນສູງ ເລກ I ກອງບັນຊາການ ປກສ ແຂວງອຸດົມໄຊ.

ໃນນີ້, ຮຽນຕໍ່ປະລິນຍາໂທ 1 ສະຫາຍ, ປະລິນຍາຕີ 1 ສະຫາຍ, ລະບົບຕໍ່ເນື່ອງປະລິນຍາຕີ 5 ສະຫາຍ, ກໍ່ສ້າງປະລິນຍາຕີ 5 ສະຫາຍ, ທິດສະດີການເມືອງ 2 ສະຫາຍ ແລະ ວິຊາສະເພາະປ້ອງກັນຄວາມສະຫງົບ 32 ສະຫາຍ ຍິງ 5 ສະຫາຍ.

ໃນໂອກາດນີ້, ພັທ ອຸ່ນເຮືອນ ຮັກວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງຫຼວງນ້ຳທາ ໄດ້ເນັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ຈະໄປສຶກສາວິຊາສະເພາະໃນຊຸດນີ້ ຈົ່ງເອົາໃຈໃສ່ປະຕິບັດມະຕິຄໍາສັ່ງຂອງຂັ້ນເທິງ ກໍຄື ກົດລະບຽບຂອງໂຮງຮຽນວາງອອກໃຫ້ເຂັ້ມງວດ, ເອົາໃຈໃສ່ໃນການສຶກສາຮ່ຳຮຽນນຳຄູ-ອາຈານ ແລະ ເພື່ອນມິດສະຫາຍ ຜູ້ທີ່ມີປະສົບການມາກ່ອນ; ພ້ອມທັງເພີ່ມຄວາມສາມັກຄີພາຍໃນ-ພາຍນອກ, ສ້າງຕົນເອງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ສົມກັບວ່າ ເປັນກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ.