ສານຂັ້ນຕົ້ນແຂວງອຸດົມໄຊ ເປີດປະຊຸມສານວັນທີ 18 ກັນຍາ ນີ້, ເພື່ອນຳເອົາສຳນວນຄະດີອາຍາ ເລກທີ 105/ອຍກຂ.ອຊ ມີຈຳເລີຍ 2 ຄົນ ຂຶ້ນມາພິຈາລະນາຕັດສິນໃນຂໍ້ຫາມີຢາບ້າໄວ້ໃນຄອບຄອງ ແລະ ສົມຮູ້ຮ່ວມຄິດໃນການມີຢາບ້າໄວ້ໃນຄອບຄອງ ພາຍຫຼັງດຳເນີນຄະ ດີເປັນເວລາ 5 ເດືອນ; ໃນນີ້, ຕັດສິນຈຳເລີຍ 1 ຈຳຄຸກ 5 ປີ ປັບໃໝ 10 ລ້ານກີບ ແລະ ຈຳເລີຍ 2 ຈຳຄຸກ 3 ປີ ປັບໃໝ 5 ລ້ານກີບ.

ສອງຈຳເລີຍ ໃນສຳນວນຄະດີດັ່ງກ່າວ ຊື່ ທ້າວ ໃຈ (ຈຳເລີຍ1) ອາຍຸ 22 ປີ ຢູ່ບ້ານວຽງທອງ ເມືອງວຽງຄໍາ ແຂວງຫຼວງພະບາງ ຖືກຂໍ້ຫາມີຢາບ້າໄວ້ໃນຄອບຄອງ; ທ້າວ ເພັງ (ຈຳເລີຍ 2 ) ອາຍຸ 28 ປີຢູ່ບ້ານແພງ ເມືອງນາໝໍ້ ແຂວງອຸດົມໄຊ ຖືກຫາວ່າ ສົມຮູ້ຮ່ວມຄິດໃນການມີຢາບ້າໄວ້ໃນຄອບຄອງ ທັງ 2 ຈຳເລີຍ ໄດ້ກະທຳຜິດຕາມຂໍ້ກ່າວຫາແທ້ ສະແດງອອກຈາກການຖະແຫຼງຂອງອົງການໄອຍະການປະຊາຊົນ ວ່າ: ໃນວັນທີ 16 ເມສາ 2020 ເວລາ 17: 00 ໂມງ ທ້າວ ໃຈ ໄດ້ຍ່າງໄປຫາ ທ້າວ ເພັງ ຢູ່ສວນກ້ວຍຈີນ ແລ້ວບອກໃຫ້ ທ້າວ ເພັງ ຊອກຢືມລົດຈັກໄປສົ່ງທ້າວ ໃຈ ຊື້ຢາບ້າຢູ່ບ້ານປາງດູ່ ແລະ ຈະແບ່ງຢາບ້າໃຫ້ເສບ; ຈາກນັ້ນ, ທ້າວ ເພັງ ໄປຢືມລົດຈັກຍີ່ຫໍ້ HONDA WAVE ສີແດງ ນໍາ ທ້າວ ເລີຍ ທີ່ເຮັດວຽກຢູ່ສວນກ້ວຍນໍາກັນ ທັງ 2 ໄດ້ພາ ກັນຂັບລົດໄປບ້ານປາງດູ່. ເມື່ອໄປຮອດພົບເຫັນຜູ້ຊາຍບໍ່ຮູ້ຊື່ຢືນຢູ່ແຄມທາງ ທ້າວ ໃຈ ໄດ້ຖາມຊື້ຢາບ້ານຳຊາຍຄົນນັ້ນ ເມື່ອຊາຍຄົນນັ້ນຕົກລົງຂາຍຢາບ້າ ໃຫ້ກັບ ທ້າວ ໃຈ 1 ຖົງ, ພາຍຫຼັງຊື້ຢາບ້າໄດ້ ທັງ 2 ຄົນ ໄດ້ຂັບຂີ່ລົດຈັກກັບມາ ໄດ້ໄລຍະໜຶ່ງທັງ 2 ຄົນ ພາກັນເອົາຢາບ້າອອກມາເສບຢູ່ແຄມປ່າ 2 ເມັດ, ສ່ວນຢາບ້າທີ່ຍັງເຫຼືອ ທ້າວ ໃຈ ເປັນຜູ້ເອົາໄວ້ ເມື່ອຂັບລົດມາຮອດຫຼັກກິໂລ ແມັດທີ 58 ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງຈຳນວນດັ່ງກ່າວມາດໍາເນີນຄະດີ.

ຕໍ່ກັບການກະທໍາຜິດຂອງ ທ້າວ ໃຈ (ຈໍາເລີຍ 1 ) ໃນຄັ້ງນີ້ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການມີຢາບ້າໄວ້ໃນຄອບຄອງ ຕາມປະມວນກົດໝາຍອາຍາ ໃນໝວດທີ 8 ການກະທໍາຜິດກ່ຽວ ກັບຢາເສບຕິດ, ມາດຕາ 315 ວັກ 1 ໄດ້ກໍານົດໄວ້ວ່າ: ບຸກຄົນໃດຫາກຜະ ລິດ, ປຸງແຕ່ງ, ຄ້າຂາຍ,ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ມີວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ຕໍ່າກວ່າ 100 ກຼາມ ຈະຖືກ ລົງໂທດຕັດອິດສະລະພາບ 5-10 ປີ ແລະ ຈະຖືກປັບໃໝ ແຕ່ 10.000. 000-100.000.000 ກີບ ແລະ ຈະຖືກຮິບຊັບ.

ສ່ວນ ທ້າວ ເພັງ (ຈໍາເລີຍ 2) ມີ ຄວາມຜິດທາງອາຍາໃນຂໍ້ຫາການສົມຮູ້ຮ່ວມຄິດການມີຢາບ້າໄວ້ໃນຄອບຄອງ ຕາມປະມວນກົດໝາຍອາຍາ ມາດຕາ 30, 315 ເນື່ອງຈາກວ່າ: ທ້າວ ເພັງ (ຈໍາເລີຍ 2) ກໍຮູ້ດີວ່າ ທ້າວ ໃຈ (ຈໍາ ເລີຍ 1) ໄດ້ບອກໃຫ້ໄປຊອກຢືມລົດຈັກເພື່ອຈະໄປຊື້ຢາບ້າ ແຕ່ຈໍາເລີຍ 2 ຍັງ ໄດ້ອໍານວຍຄວາມສະດວກ ດ້ວຍການ ໄປຢືມລົດ ແລະ ໄປສົ່ງ ທ້າວ ໃຈ ຈໍາເລີຍ 1 ຊື້ຢາບ້າ.

ສະນັ້ນ, ສານໄດ້ເຫັນຄວນຕັດສິນ ທ້າວ ໃຈ ຈຳຄຸກ 5 ປີ ປັບໃໝ 10. 000.000 ກີບ ແລະ ຕັດສິນ ທ້າວ ເພັງ ຈຳຄຸກ 3 ປີ ປັບໃໝ 5.000.000 ກີບ ຮິບຢາບ້າ ຈຳນວນ 199 ເມັດໄປທຳລາຍຖີ້ມ ສົ່ງຄືນລົດຈັກ ຍີ່ຫໍ້ HONDA WAVE ສີແດງ ໃຫ້ ທ້າວ ເລີຍ ເພາະບໍ່ມີສ່ວນພົບພັນຕໍ່ການກະທຳຜິດຄັ້ງນີ້.