ອາທິດຜ່ານມາ, ເຈົ້າໜ້າທີ່ໜ່ວຍງານອາຍາ-ເສດຖະກິດ ພະແນກຕໍາຫຼວດ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ມອບລົດຈັກທີ່ຖືກລັກຢູ່ ສວນກ້ວຍ ຈໍານວນ 3 ຄັນ ຄືນໃຫ້ເຈົ້າຂອງເດີມ ມອບໂດຍ ຮທ ແກ່ນຈັນ ອັກຄະວົງ ຮອງຫົວໜ້າໜ່ວຍງານອາຍາ-ເສດຖະກິດ, ມີພະນັກ ງານ ແລະ ເຈົ້າຂອງຊັບ ເຂົ້າຮ່ວມ.

ເຈົ້າໜ້າທີ່ໜ່ວຍງານອາຍາ-ເສດຖະກິດ ກ່າວວ່າ: ໃນວັນທີ 21 ກໍລະກົດ 2020, ເວລາປະມານ 16:30 ໂມງ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີກຸ່ມຄົນເຄື່ອນໄຫວລັກລົດຈັກ 3 ຄັນ ຂອງກໍາມະກອນທີ່ເຮັດວຽກຢູ່ສວນກ້ວຍ ບ້ານສີຊົມຊື່ນ, ອາທິດຕໍ່ມາ, ກໍສາມາດກັກຕົວຜູ້ຖືກຫາໄດ້ ຊື່ທ້າວ ເຢີວື່ ອາຍຸ 19 ປີ ຢູ່ບ້ານບົວຄັນໃຕ້ ເມືອງໂພນໂຮງ ແຂວງວຽງຈັນ, ທ້າວ ຊົ່ງຢ່າງ ອາຍຸ 20 ປີ ຢູ່ບ້ານບໍ່ ແລະ ທ້າວ ເຢັ່ງເຮີ ອາຍຸ 14 ປີ ຢູ່ ບ້ານໂນນສົມບູນ ທັງ 2 ບ້ານຂຶ້ນກັບເມືອງບໍລິຄັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ເຢີວື່ ສາລະພາບວ່າ: ໄດ້ເຮັດວຽກເປັນກໍາມະກອນຢູ່ສວນກ້ວຍ ໄດ້ປະມານ 1 ເດືອນ ແລ້ວໄດ້ໄປ ຮູ້ຈັກກັບ ທ້າວ ຊົ່ງຢ່າງ ແລະ ທ້າວ ເຢັ່ງເຮີ ໂດຍ ທ້າວ ເຢັງເຮີ ໄດ້ມາສະໜັກເຮັດວຽກຢູ່ບ່ອນດຽວກັນ. ແຕ່ທາງບໍລິສັດບໍ່ຮັບ ຍ້ອນອາຍຸກະ ສຽນບໍ່ ຮອດ 15 ປີ. ຈາກນັ້ນ; ຈຶ່ງໄດ້ຊວນກັນໄປລັກລົດຈັກຂອງກໍາມະກອນຢູ່ສວນກ້ວຍ. ມາຮອດເວລາປະມານ 24:00 ໂມງ ຂອງວັນດຽວກັນ, ໄດ້ພາກັນໄປລັກລົດຈັກເວບ100 ສີດໍາແດງ ບໍ່ມີປ້າຍທະບຽນ ທີ່ຈອດຢູ່ແຄ້ມບ່ອນພັກຂອງກໍາມະກອນ; ໂດຍທ້າວ ເຢີວື່ ແລະ ທ້າວ ຊົ່ງຢ່າງ ພາກັນເຂົ້າໄປຍົກເອົາລົດຈັກອອກມາ, ສ່ວນທ້າວ ເຢັ່ງເຮີ ເປັນຜູ້ສັງເກດການ. ເມື່ອໄດ້ລົດຈັກແລ້ວ ຈຶ່ງພາກັນເອົາໄປຊຸກເຊື່ອງໄວ້ຢູ່ປ່າໃກ້ກັບສວນກ້ວຍ.

ຕໍ່ມາອີກ 2 ວັນ, ໄປລັກເອົາລົດຈັກໂຄລາວ ສີຟ້າ. ຈາກນັ້ນ, ໄດ້ພາກັນຂີ່ລົດຊ້ອນ 3 ໄປທາງບ້ານບໍ່ ເມືອງບໍລິຄັນ ໄດ້ນໍາລົດໄປຂາຍ ໃນລາຄາ 700.000 ກີບ ສ່ວນເງິນໄດ້ນໍາໄປໃຊ້ຈ່າຍຈົນໝົດ ແລ້ວກໍພາກັບກັບມາສວນກ້ວຍຄືເກົ່າ. ຈາກນັ້ນ, ກໍໄດ້ເຄື່ອນໄຫວລັກລົດຈັກອີກ ໂດຍ ທ້າວ ເຢີວື່ ແລະ ທ້າວ ເຢັ່ງເຮີ ໄດ້ໄປລັກເອົາລົດຈັກ ເວບ 100 ສີດໍາແດງ ທີ່ລັກມາຊຸກເຊື່ອງໄວ້ກ່ອນໜ້ານັ້ນ ໄປສ້ອມແປງຢູ່ຮ້ານແຫ່ງໜຶ່ງ ແຕ່ບໍ່ມີເງິນເສຍຄ່າສ້ອມແປງ ຈຶ່ງຂາຍລົດໃຫ້ຄົນທີ່ສ້ອມແປງລົດຢູ່ຮ້ານດັ່ງກ່າວ ໃນລາຄາ 700.000 ກີບ; ແລະ 2 ວັນຕໍ່ມາ, ໄດ້ໄປລັກເອົາລົດເວບ100 ສີດໍາແດງ ທີ່ຈອດປະໄວ້ແຄມສວນກ້ວຍ, ໂດຍໃຫ້ ທ້າວ ເຢັ່ງເຮີ ເປັນຄົນສັງເກດການ. ເມື່ອໄດ້ລົດກໍຂີ່ຊ້ອນກັນໄປທາງບ້ານນາໂທ ເມືອງວຽງທອງ ແຂວງບໍລິຄໍາໄຊ; ພໍມາຮອດບ້ານທ່າສີ ເມືອງບໍລິຄັນ ໄດ້ເຫັນລົດຈັກ ເວບ100 ສີແດງ ຈອດຢູ່ຂ້າງທາງ ຈຶ່ງເຂົ້າໄປລັກເອົາ ແລ້ວພາກັນຂັບຂີ່ໄປພັກຢູ່ເຮືອນຂອງ ທ້າວ ເຢັ່ງເຮີ. ແຕ່ພໍ່ ຂອງທ້າວ ເຢັ່ງເຮີ ໄດ້ສອບຖາມ ພ້ອມທັງກັກລົດຈັກທັງ 2 ຄັນ ທີ່ພວກກ່ຽວລັກມາແຈ້ງຕໍ່ເຈົ້າໜ້າທີ່.

ສ່ວນທ້າວ ເຢັ່ງເຮີ ສາລະພາບວ່າ: ພາຍຫຼັງທີ່ບໍລິສັດບໍ່ຮັບເຂົ້າເຮັດວຽກ ຍ້ອນອາຍຸບໍ່ເຖິງ 15 ປີ, ໃນຂະນະນັ້ນ ໄດ້ຮູ້ຈັກກກັບທ້າວ ເຢີວື່ ຈຶ່ງໄດ້ຊັກຊວນກັນລັກຊັບຕາມການຮັບສາລະພາບຂອງ ທ້າວ ເຢີວື່, ສໍາລັບ ທ້າວ ຊົ່ງຢ່າງ ໄດ້ຮ່ວມຂະບວນການລັກຊັບນໍາ ທ້າວ ເຢີວື່ ແລະ ທ້າວ ເຢັ່ງເຮີ ແທ້ຈໍານວນ 2 ຄັ້ງ, ສ່ວນຄັ້ງທີ 3 ແລະ 4 ແມ່ນບໍ່ໄດ້ເຂົ້າຮ່ວມ.