ທ້າຍອາທິດຜ່ານມາ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງໄຊຍະບູລີ ສະຫຼຸບວຽກງານ 9 ເດືອນ
ທ້າຍອາທິດຜ່ານມາ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງໄຊຍະບູລີ ສະຫຼຸບວຽກງານ 9 ເດືອນ

ກອງປະຊຸມສະຫຼຸບວຽກງານ 9 ເດືອນ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2020, ຂອງຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນ ທ້າຍອາທິດຜ່ານມາ ; ເປັນປະທານໂດຍ ພັທ ພອນສະຫວັດ ພະໄຊສົມບັດ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ເປັນກຽດເຂົ້າຮ່ວມມີ ພັອ ບຸນຫຼ້າ ສຸລິຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍນາຍ ແລະ ພົນຕຳຫຼວດພາຍໃນຫ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕະຫຼອດໄລຍະ 9 ເດືອນຜ່ານມາ, ຄະນະຫ້ອງ, ພະນັກງານ-ນັກຮົບພາຍໃນຫ້ອງ ໄດ້ພ້ອມກັນບຸກບືນຜ່ານຜາຂໍ້ຫຍຸ້ງຍາກຕ່າງໆ ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ການຈັດຕັ້ງ ແລະ ປະຊາຊົນມອບໝາຍ; ໂດຍຖືເອົາວຽກງານການເມືອງ-ແນວຄິດເປັນກົກ ຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາຕິດຕາມ, ກໍາແໜ້ນສະພາບການເໜັງຕີງຂອງພົນລະເມືອງ ຫັນເອົາພະນັກງານລົງກໍ່ສ້າງຮາກ ຖານການເມືອງນຳພາພໍ່-ແມ່ປະຊາຊົນຢູ່ແຕ່ລະບ້ານ ແລະ ເຂດຫ່າງໄກສອກຫຼີກ; ຈັດຕັ້ງປະຕິບັດແນວນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາໂຄງການ, ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງກໍາລັງ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານ; ພ້ອມທັງໄດ້ເບີກຈ່າຍປຶ້ມສຳມະໂນຄົວໃຫ້ ປກສ ເມືອງ 4.850 ຫົວ, ປ້າຍເຮືອນ 3.326 ປ້າຍ, ປຶ້ມບັນທຶກ ຄົນມີໜ້າໃນຄອບຄົວ 600 ຫົວ, ຜະລິດບັດປະຈຳຕົວ ໄດ້ 1.622 ບັດ ແລະ ສົ່ງຄຳຮ້ອງບັດປະຈຳຕົວແບບໃໝ່ ໃຫ້ ປກສ 11 ເມືອງ ຈຳນວນ 6.050 ຊຸດ ເພື່ອອໍານວຍຄວາມສະດວກໃຫ້ບັນດາກົມກອງເຄື່ອນໄຫວເຮັດສໍາເລັດໜ້າທີ່ຂອງ ຕົນ ເຊິ່ງໄດ້ປະກອບສ່ວນອັນສໍາຄັນຊ່ວຍອໍານາດການປົກຄອງ ແຕ່ລະຂັ້ນໃນການສ້າງແຜນນະໂຍບາຍພັດທະນາເສດ ຖະກິດ-ສັງຄົມ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ແຕ່ລະບ້ານໄດ້ເປັນຢ່າງດີ.

ນອກນັ້ນ, ກອງປະຊຸມ ໄດ້ຮັບຟັງການປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ເປັນເອກະພາບກັນຈັດຕັ້ງປະຕິ ບັດທິດທາງແຜນການໃຫ້ບັນລຸຕາມລະດັບຄາດໝາຍ.

ພັອ ບຸນຫຼ້າ ສຸລິຍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະຫ້ອງ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດເປັນປົກກະຕິ, ສືບຕໍ່ຈັດຕັ້ງປະຕິບັດທິດທາງແຜນການປະສານສົມທົບກັບບັນດາເມືອງ ເກັບກໍາສະພາບການເໜັງຕີງຂອງພົນລະເມືອງ, ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.