ຊາວໜຸ່ມແຂວງບໍລິຄຳໄຊ ມອບທຶນສົມທົບສ້ອມແປງຫ້ອງນໍ້າ ແລະ ເຮືອນຄົວ

0
594

ວັນທີ 17 ກັນຍາ 2020, ຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ ມອບທຶນສົມທົບສ້ອມແປງຫ້ອງນໍ້າ ແລະ ເຮືອນຄົວລວມຂອງພະນັກງານໂສດ ປກສ ແຂວງ ຈໍານວນ 5.000.000 ກີບ; ຕາງໜ້າມອບໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານ ຊາວໜຸ່ມ ແຂວງບໍລິຄຳໄຊ ແລະ ຕາງໜ້າຮັບໂດຍ ພັອ ປອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີບັນດາຄະນະປະຈໍາຊາວໜຸ່ມແຂວງ, ຄະນະຊາວໜຸ່ມຮາກຖານ ກອງບັນຊາການ ປກສ ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ຊາວໜຸ່ມແຂວງບໍລິຄຳໄຊ ມອບທຶນສົມທົບສ້ອມແປງຫ້ອງນໍ້າ ແລະ ເຮືອນຄົວ
ຊາວໜຸ່ມແຂວງບໍລິຄຳໄຊ ມອບທຶນສົມທົບສ້ອມແປງຫ້ອງນໍ້າ ແລະ ເຮືອນຄົວ

ພັຕ ຄໍາພິທັກ ທິບພະໄກສອນ ຮອງຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ-ກໍ່ສ້າງຮາກຖານ ຮອງເລຂາຄະນະຊາວໜຸ່ມຮາກຖານ ກອງບັນຊາການ ປກສ ແຂວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ແຜນການສ້ອມແປງຫ້ອງນໍ້າ ແລະ ເຮືອນຄົວລວມຂອງພະນັກງານໂສດ ປກສ ແຂວງ ເຊິ່ງມີມູນຄ່າສ້ອມແປງທັງໝົດ 8.000.000 ກວ່າກີບ; ໂດຍເປັນໂຄງການໜຶ່ງທີ່ນອນຢູ່ໃນ 5 ແຜນງານ ການເຄື່ອນໄຫວສ້າງຂະບວນການພັດທະນາກົມກອງຂອງ ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ປກສ ແຂວງບໍລິຄໍາໄຊ; ທັ້ງນີ້, ເງິນທຶນທີ່ຄະນະບໍລິຫານງານຊາວໜຸ່ມແຂວງຊຸກຍູ້ນັ້ນ ເປັນການປະກອບສ່ວນສຳຄັນໃນການສ້ອມແປງຫ້ອງນຳ້ ແລະ ເຮືອນຄົວໃຫ້ພະນັກງານ-ນັກຮົບ ທີ່ຍັງເປັນໂສດ ທີ່ພັກຢູ່ເຮືອນລວມຂອງ ປກສ ແຂວງ.

ໂອກາດດັ່ງກ່າວ, ພັອ ປທ ກົງຈັນ ໄຊປັນຍາ ຕາງໜ້າໃຫ້ແກ່ ຄະນະບໍລິຫານງານພັກກອງບັນຊາການ ແລະ ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ປກສ ແຂວງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ ທີ່ໄດ້ປະກອບສ່ວນທຶນຮອນ ເພື່ອຊຸກຍູ້ເຂົ້າໃນວຽກງານພັດທະນາພື້ນຖານໂຄງລ່າງຂອງ ກອງບັນຊັນການ ປກສ ແຂວງ ແລະ ກໍເປັນການປະກອບສ່ວນຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕື່ມອີກ.