ປກສ ກຸ່ມບ້ານຊຽງກົກ ແຂວງຫຼວງນ້ຳ ກັກຕົວຜູ້ຖືກຫາຄະດີຢາເສບຕິດ ໄດ້ 1 ຄົນ ຊື່ທ້າວ ອາຕຸ ອາຍຸ 35 ປີ ຢູ່ບ້ານເຕົ້າໂຮມ ເມືອງລອງ ແຂວງຫຼວງນ້ຳທາ ພ້ອມດ້ວຍຂອງກາງຢາບ້າ ຈຳນວນ 83 ເມັດ. ຈາກນັ້ນ, ຈຶ່ງໄດ້ນໍາຕົວມາທີ່ກອງບັນຊາການ ປກສ ເມືອງລອງ ດໍາເນີນຄະດີ.

ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 11 ກັນຍາ 2020, ໄດ້ນໍາຕົວຜູ້ຖືກຫາມາສືບສວນ-ສອບສວນ ແລະ ຜູ້ກ່ຽວສາລະພາບວ່າ ຢາບ້າ ຈໍານວນ 83 ເມັດນັ້ນແມ່ນຊອກຊື້ນຳປະຊາຊົນຢູ່ເຂດບ້ານໃກ້ຄຽງ, ເຊິ່ງຊື້ຄັ້ງລະ 1-2 ເມັດ. ມາຮອດວັນທີ 10 ກັນ ຍາ 2020, ເວລາປະມານ 22:00 ໂມງ ຫຼັງຈາກປາດຢາງແລ້ວ ຜູ້ກ່ຽວໄດ້ອອກຈາກສວນເພື່ອກັບບ້ານ ພໍໄປເຂດບ້ານສາລາ ຜູ້ກ່ຽວໄດ້ໄປຖາມຊື້ຢາບ້າອີກ ຈຳນວນ 83 ເມັດ ຍັດໃສ່ຖົງແລ້ວ ຂີ່ລົດຈັກກັບບ້ານ.

ຫຼັງຈາກນັ້ນ, ໄດ້ອອກເດີນທາງກັບບ້ານ ພໍມາໄດ້ປະມານ 400 ແມັດ ຈຶ່ງຖືກເຈົ້າໜ້າ ປກສ ກຸ່ມຊຽງກົກ ລັດລົດກວດກາຄົ້ນ ແລະ ພົບເຫັນ ຢາບ້າ ຈຳນວນ 83 ເມັດ ແລະ ຖືກໄດ້ນໍາຕົວໄປດຳເນີນຄະດີ.