ປະກາດແຕ່ງຕັ້ງ ໜ່ວຍປ້ອງກັນພາຍໃນ ແຂວງອຸດົມໄຊ

0
832

ພິທີປະກາດແຕ່ງຕັ້ງ ໜ່ວຍປ້ອງກັນພາຍໃນ ພະແນກພາຍໃນ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 17 ກັນຍາ ຜ່ານມາ, ໂດຍມີ ທ່ານ ນາງ ສົມລີ ສີອ່ອນຕາ ຮອງຫົວໜ້າພະແນກພາຍໃນ ແຂວງອຸດົມໄຊ, ພ້ອມດ້ວຍ ພັທ ສົມພົງ ມວງສົມບັດ ຮອງຫົວໜ້າຫ້ອງສັນຕິບານ ກອງບັນ ຊາການ ປກສ ແຂວງອຸດົມໄຊ ທັງເປັນຜູ້ຊີ້ນຳວຽກງານປ້ອງກັນພາຍໃນ ປກສ ແຂວງ, ມີ ຄະນະໜ່ວຍພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າ ຮ່ວມ.

ໃນພິທີ, ພັທ ສົມພົງ ມວງສົມບັດ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 661/ປກສ.ອຊ, ລົງວັນທີ 13 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງຄະ ນະໜ່ວຍປ້ອງກັນພາຍໃນ ພະແນກພາຍໃນ ແຂວງອຸດົມໄຊ.ໃນນັ້ນ,ໄດ້ແຕ່ງ ຕັ້ງເອົາ ທ່ານ ລໍ ຂຸນລໍ ເປັນຫົວໜ້າ, ທ່ານ ກອງຄຳ ໄຊພົມປັນ ເປັນຮອງ, ທ່ານ ຄຳມ່ວນ ແກ້ວປະເສີດ ແລະ ທ່ານຄຳພູ ໄຊຍະຈັກ ເປັນຄະນະໜ່ວຍປ້ອງກັນພາຍໃນ ພະແນກພາຍໃນ ແລະ ຍັງໄດ້ຜ່ານຂໍ້ ຕົກລົງ ເລກທີ 1029/ປກສ.ອຊ, ລົງວັນທີ 3 ສິງຫາ 2020 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປ້ອງກັນພາຍໃນ ສຳນັກ ງານ-ອົງການ, ເປັນຕົ້ນແມ່ນຈຸດປະສົ່ງ, ການກຳນົດຫຼັກການ,ລະບຽບການ,ວິທີການ,ມາດຕະການຕ່າງໆ ພ້ອມກັບນະໂຍບາຍ, ຂໍ້ຫ້າມ ແລະ ການປະຕິບັດວິໃນຕໍ່ຜູ້ລະເມີດ, ການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ສໍານັກງານ-ອົງການ ທີ່ຖືກວິທີ ມີຄວາມຮັບປະກັນ ລວມທັງການສະໜອງແລກປ່ຽນນຂໍ້ມູນຂ່າວສານ ກໍຄື ການຮ່ວມມືແກ້ໄຂ ໃນເມື່ອເກີດເຫດການຕ່າງໆ. 

ໃນໂອກາດນີ້, ທ່ານຮອງຫົວໜ້າຫ້ອງສັນຕິບານ ໄດ້ຮຽກຮ້ອງໃຫ້ຫົວໜ້າ,ຄະນະ ແລະ ພະນັກງານສະມາຊິກທີ່ໄດ້ຮັບການແຕ່ງຕັ້ງ ໃນຄັ້ງນີ້ ຈົ່ງພ້ອມກັນສຸມໃສ່ຈັດຕັ້ງປະຕິບັດຕາມສິດ,ໜ້າທີ່,ຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດ, ຖືເອົາວຽກງານດັ່ງກ່າວນີ້ ເປັນວຽກ ງານສຳຄັນໃນການປ້ອງກັນຄວາມສະຫງົບ.