ຊາວໜຸ່ມກະຊວງ ປກສ ມອບເຄື່ອງຊ່ວຍເຫຼືອໄພພິບັດ

0
731

ໃນວັນທີ 22 ກັນຍາ ນີ້,ຊາວໜຸ່ມ ກະຊວງ ປກສ ນໍາໂດຍ ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ພ້ອມ ດ້ວຍຄະນະ ແລະ ຄອບຄົວການນໍາ ກະຊວງ ປກຊ-ປກສ ໄດ້ນໍາເອົາເຄື່ອງຊ່ວຍ ເຫຼືອໄພພິບັດ ໄປມອບໃຫ້ສູນກາງຊາວໜຸ່ມ ປະຊາຊົນປະຕິ ວັດລາວ, ຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ໂດຍມີ ຄະນະສອງພາກ ສ່ວນ ເຂົ້າຮ່ວມ.

ພັທ ບຸນຈັນ ອິນພົມມາ ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ໄດ້ລະດົມທຶນ ຈາກ18 ຮາກຖານຊາວໜຸ່ມ ອອ້ມຂ້າງ ກະຊວງ ປກສ ແລະ ການປະກອບສ່ວນຂອງຄົວຄົວການນໍາ ລວມມີ ເຄື່ອງນຸ່ງຫົ່ມ ແລະ ອາຫານແຫ້ງ.ໃນນີ້,ມີຜ້າ ຫົ່ມ,ເຄື່ອງນຸ່ງ, ໝີ່, ປາກະປ໋ອງ, ເຂົ້າໜົມ ແລະອື່ນໆ ລວມມູນຄ່າ ຈໍານວນ 10.000.000 ກີບ ເພື່ອປະ ກອບສ່ວນເຂົ້າໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນ ບັນດາເຜົ່າທົ່ວປະເທດ ທີ່ໄດ້ຮັບຜົນກະທົບໄພພິບັດຈາກທໍາມະຊາດ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວສະແດງຄວາມຂອບໃຈ  ຕໍ່ພັທ ບຸນຈັນ ອິນພົມມາ ພ້ອມດ້ວຍຄະນະ ແລະ ຄອບຄົວການນໍາ ເປັນຢ່າງສູງ ທີ່ເຫັນໄດ້ຄວາມສໍາຄັນຂອງການຊ່ວຍເຫຼືອພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ແລະ ໃຫ້ສັນຍາວ່າ ຈະນໍາເອົາເຄື່ອງດັ່ງກ່າວນີ້ ໄປມອບຕໍ່ໃຫ້ເຖິງມື ພໍ່ແມ່ປະຊາຊົນຢ່າງແທ້ຈິງ.