ຖອດຖອນບົດຮຽນການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກກະຊວງ ປກສ

0
899

ວັນທີ 23 ກັນຍາ 2020 ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນແຕ່ລະດ້ານໃນການກະກຽມວຽກງານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ທີ່ສໍາເລັດໃນກາງເດືອນຜ່ານມາ, ເປັນປະທານໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ຮອງເລຂາຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີບັນດາອະນຸກໍາ ມະການກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ Vອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ພັອ ຫຸມພັນ ຜິວເຂັມພອນ ຄະນະປະຈໍາພັກກົມໃຫຍ່ ຫົວໜ້າກົມພັກ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຖອດຖອນບົດຮຽນການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີVອົງຄະນະພັກກະຊວງປ້ອງກັນຄວາມສະຫງົບວ່າ: ພາຍຫຼັງໄດ້ມີມະຕິ ແລະ ຄໍາສັ່ງຂອງກົມການເມືອງ ສູນກາງພັກກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ,ຄະນະບໍລິຫານງານພັກກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ມະຕິ ແລະຄໍາສັ່ງດັ່ງກ່າວ ແລ້ວ ມອບໃຫ້ແຕ່ລະກົມກອງນຳໄປຜັນຂະຫຍາຍຕໍ່ ແລ້ວຜັນຂະຫຍາຍມະຕິຄໍາສັ່ງດັ່ງກ່າວ ມາເປັນຄໍາສັ່ງຂອງກະຊວງ ເພື່ອໃຫ້ບັນດາຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານເປີດກອງປະຊຸມໃຫຍ່ຂອງຕົນພາຍຫຼັງບັນດາຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານສຳເລັດກອງປະຊຸມໃຫຍ່ຂອງຕົນແລ້ວ ກະຊວງກໍໄດ້ກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ Vອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຂຶ້ນໂດຍມີ ການແຕ່ງຕັ້ງບັນດາອະນຸກຳມະການຮັບຜິດຊອບ ແຕ່ລະໜ້າວຽກຢ່າງລະອຽດ ເປັນຕົ້ນແມ່ນ: ອະນຸກຳມະການເນື້ອໃນ, ອະນຸກຳມະການບຸກຄະລາກອນ, ອະນຸກຳມະການຂະບວນການ, ອະນຸກຳມະການພິທີ ການ ແລະ ສະຖານທີ່, ອະນຸກຳມະການປ້ອງກັນ, ອະນຸກຳມະການເສດຖະ ກິດ,ຜ່ານການຈັດຕັ້ງປະຕິບັດຂອງແຕ່ລະອະນຸກຳມະການເຫັນວ່າ ມີຜົນສຳເລັດ ແລະ ສາມາດດຳເນີນກອງປະຊຸມໃຫຍ່ ມີຜົນສຳເລັດຢ່າງຈົບງາມ.

ໂອກາດດຽວກັນນີ້, ສະຫາຍ ພົຕ ວັນທອງ ກອງມະນີ ກໍໄດ້ເນັ້ນໃຫ້ບັນດາອະນຸກຳມະການຮັບຜິດຊອບ ແຕ່ລະໜ້າວຽກຈົ່ງເອົາໃຈໃສ່ປະ ກອບຄໍາຄິດເຫັນຢ່າງກົງໄປກົງມາ, ມີວິທະຍາສາດ  ແລະ ພ້ອມກັນນຳເອົາຈຸດອ່ອນ, ຂໍ້ຄົງຄ້າງຂາດຕົກບັກຜ່ອງໃນການປະຕິບັດໜ້າທີ່ ທີ່ໄດ້ມອບໝາຍໃຫ້ ໃນໄລຍະກະກຽມກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບມາປັບປຸງແກ້ໄຂ ເພື່ອເຮັດໃຫ້ບັນ ຫາ ທີ່ຍັງຄົງຄ້າງ ແລະ ຂາດຕົກບົກຜ່ອງໃນໄລຍະກະກຽມກອງປະຊຸມດັ່ງກ່າວນັ້ນ ໄດ້ຮັບການແກ້ໄຂແຕ່ຫົວທີ່ກ່ອນຈະເປີດກອງປະຊຸມໃຫຍ່ຕັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ທີ່ຈະໄຂຂຶ້ນໃນອີກ 5 ປີຂ້າງໜ້າ.