ກົມຕໍາຫຼວດຈະລາຈອນ ສະຫຼຸບການກໍ່ສ້າງໜ່ວຍພັກ ປະຈໍາປີ 2020

0
977

ໜ່ວຍພັກຮາກຖານກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດກອງປະຊຸມສະຫຼຸບຕີລາ ຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021 ຂຶ້ນໃນວັນທີ 23 ກັນຍາ 2020, ເປັນປະທານໂດຍ ສະຫາຍ ພັອ ກົງສີ ສຸວັນນະຕຸ້ມ ຄະນະພັກກົມໃຫຍ່, ເລຂາໜ່ວຍພັກຮາກຖານກົມຕໍາຫຼວດຈະລາຈອນ, ມີບັນດາຄະນະໜ່ວຍພັກ, ພ້ອມດ້ວຍ ສະມາຊິກພັກສົມບູນ-ສໍາຮອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ສະຫາຍ ພັອ ຄໍາເຫຼັກ ໄຊຍະສິດ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວວ່າ: ໜ່ວຍພັກຮາກຖານກົມຕໍາຫຼວດຈະລາຈອນ ແມ່ນໜ່ວຍພັກໜຶ່ງ ທີ່ຂຶ້ນກັບຄະນະພັກກົມໃຫຍ່ຕໍາຫຼວດ, ມີພາລະບົດ ບາດນໍາເອົາແຜນການ ແລະ ມະຕິຂອງຄະນະພັກກົມໃຫຍ່ຕໍາຫຼວດໄປນໍາພາຈັດຕັ້ງຜັນຂະຫຍາຍເປັນແຜນການອັນລະອຽດຂອງໜ່ວຍພັກ ແລະ ລາຍງານຜົນສໍາເລັດຕ່າງໆ, ຂໍ້ຂາດຕົກບົກຜ່ອງ ໃຫ້ແກ່ຂັ້ນເທິງເປັນປົກກະຕິ, ໜ່ວຍພັກຮາກຖານກົມຕໍາຫຼວດຈະລາຈອນ ມີສະມາຊິກພັກ ທັງໝົດ 94 ສະຫາຍ ຍິງ 14 ສະຫາຍ, ສະມາຊິກພັກສໍາຮອງ 1 ສະຫາຍ, ມີຄະນະພັກ 5 ສະຫາຍ, ແບ່ງອອກເປັນ 6 ຈຸພັກ ແລະ 2 ອົງການຈັດຕັ້ງ ຄື: ຊາວໜຸ່ມ ແລະ ແມ່ຍິງ.

ຜ່ານການຕີລາຄາດ້ານດີ, ຜົນໄດ້ຮັບ ແລະ ດ້ານອ່ອນ, ຂໍ້ຄົງຄ້າງການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນ 1 ປີຜ່ານມາ ຕາມ 5 ເນື້ອໃນ ຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນໍາພາ ແລະ ດ້ານການປະຕິບັດໜ້າທີ່ການເມືອງ ສາມາດຕີລາຄາຄຸນນະ ພາບ ແລະ ການຈັດແບ່ງປະເພດ ສະມາຊິກພັກໄດ້ ຄື: ສະມາຊິກພັກ ປະເພດແຂງ ມີ 84 ສະຫາຍ ຍິງ 13 ສະຫາຍ ກວມເອົາ 89,36%, ກາງ 8 ສະຫາຍ ຍິງ 1 ສະຫາຍ ກວມເອົາ 8,51%, ບໍ່ໄດ້ຈັດແບ່ງປະເພດ 2 ສະຫາຍ ພັກປິ່ນປົ່ວຍາວນານ 1ສະຫາຍ ແລະ ໄປສຶກສາວິຊາສະເພາະ 1 ສະຫາຍ.

ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຄະນະໜ່ວຍພັກຮາກຖານກົມຕໍາຫຼວດຈະລາຈອນ ຈະສືບຕໍ່ນໍາພາສະມາຊິກພັກ, ພະນັກງານ-ນັກຮົບ ພາຍໃນໜ່ວຍພັກ ສູ້ຊົນສ້າງສະມາຊິກພັກໃຫ້ເປັນສະມາຊິກພັກເຂັ້ມແຂງ ແລະ ແຂງໃຫ້ໄດ້ 90%, ເດັດດ່ຽວຕ້ານບໍ່ໃຫ້ມີສະມາຊິກພັກໄດ້ປະເພດອ່ອນ, ສູ້ຊົນປະຕິບັດ4 ຄາດໝາຍ, 3 ຂະບວນການຈຸດສຸມ, 4 ຂະບວນການປິ່ນອອ້ມ ເຮັດໃຫ້ອຸ ບັດຕິເຫດຕາມທ້ອງຖະໜົນຫຼຸດລົງ, ປູກຈິດສໍານຶກໃຫ້ປວງຊົນຕື່ນຕົວປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ, ສ້າງກໍາລັງຕໍາຫຼວດຈະລາຈອນ ໃຫ້ການເປັນຕໍາຫຼວດຂອງປະຊາຊົນ ຮັບໃຊ້ປະຊາຊົນ, ຈົງຮັກພັກ ດີຕໍ່ປະເທດຊາດ, ບໍລິສຸດສັດຊື່ປອດໃສຂາວສະ ອາດ, ມີຈັນຍາບັນ, ຈັນຍາທໍາ ແລະ ຕື່ນຕົວເຮັດໜ້າທີ່ບໍລິ ການປະຊາຊົນ ດ້ວຍຄວາມບໍລິສຸດສັດຊື່, ສູ້ຊົນຫັນເຂົ້າສູ່ການຄຸ້ມຄອງ ແລະ ກໍ່ສ້າງກໍາລັງຕໍາຫຼວດຈະລາຈອນ ດ້ວຍລະບອບນິຕິກໍາປັບປຸງກໍ່ສ້າງກໍາລັງ ໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບແບບ ແຜນເກັງວິຊາສະເພາະ ແລະ ທັນສະໄໝ.