ພິທີ ສຶກສາອົບຮົມກຸ່ມແກ້ງ ທີ່ດັດແປງສະພາບເຕັກນິກລົດຈັກ ແລະ ຂັບຂີ່ລົດໃຊ້ສຽງເນືອງນັນ
ພິທີ ສຶກສາອົບຮົມກຸ່ມແກ້ງ ທີ່ດັດແປງສະພາບເຕັກນິກລົດຈັກ ແລະ ຂັບຂີ່ລົດໃຊ້ສຽງເນືອງນັນ

ວັນທີ 17 ກັນຍາ 2020, ເຈົ້າໜ້າທີ່ກອງຕໍາຫຼວດຈາລະຈອນ ປກສ ເມືອງ ແລະ ແຂວງໄຊຍະບູລີ ໄດ້ ສຶກສາອົບຮົມກຸ່ມແກ້ງ ທີ່ດັດແປງສະພາບເຕັກນິກລົດຈັກ ແລະ ຂັບຂີ່ລົດໃຊ້ສຽງເນືອງນັນກວນເມືອງ ໂດຍມີພະນັກງານວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ຂັບຂີ່ ແລະ ພໍ່-ແມ່ຜູ້ປົກຄອງເຂົ້າຮ່ວມ.

ພິທີ ສຶກສາອົບຮົມກຸ່ມແກ້ງ ທີ່ດັດແປງສະພາບເຕັກນິກລົດຈັກ ແລະ ຂັບຂີ່ລົດໃຊ້ສຽງເນືອງນັນ

ພັທ ທິບທະຈັນ ລາດມົນຕີ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊຍະບູລີ ໄດ້ຍົກໃຫ້ເຫັນບາງມາດຕາຂອງກົດໝາຍວ່າດ້ວຍການສັນຈອນທາງບົກ, ກ່ຽວກັບມາດຕະການຕໍ່ຜູ້ລະເມີດກົດລະບຽບການສັນຈອນ ທີ່ດັດແປງສະພາບເຕັກນິກ-ໃຊ້ສຽງດັງກວນເມືອງເກີນ ຂອບເຂດ, ບໍ່ໃສ່ໝວກກັນກະທົບ, ບໍ່ມີແວ່ນສ່ອງຫຼັງ,ໃຊ້ເສັ້ນທາງຫຼວງທີ່ບໍ່ຖືກຕ້ອງ ແລະ ບັນຫາອື່ນໆທີ່ຜິດຕໍ່ລະບຽບຈາລະຈອນໃຫ້ຜູ້ທີ່ລະເມີດໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງໄດ້ຮຽກຮ້ອງໃຫ້ນັກຂັບຂີ່ແຕ່ລະຄົນ ຈົ່ງພ້ອມກັນນໍາໄປປະຕິບັດຢ່າງເຂັ້ມງວດ.

ລົດທີ່ເຈົ້າໜ້າທີ່ກັກມາໄດ້ໃນຄັ້ງນີ້ມີຈໍານວນ 14 ຄັນ ໃນນັ້ນ, ດັດແປງສະພາບເຕັກນິກປະກອບຢາງນ້ອຍ, ດັດເບາະມີ 2 ຄັນ, ໃຊ້ສຽງດັງເກີນຂອບເຂດ, ໃສ່ທໍ່ສູບ ຈໍານວນ 12 ຄັນ; ພ້ອມນີ້, ເຈົ້າໜ້າທີ່ຍັງໄດ້ເນັ້ນໃຫ້ພໍ່-ແມ່ຜູ້ປົກຄອງເອົາໃຈໃສ່ສຶກສາອົບຮົມບົ່ມສອນລູກ-ຫຼານ ຂອງຕົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈກົດລະບຽບຈາລະຈອນ.