ສະຫຼຸບຖອດຖອນ ວຽກງານກໍ່ສ້າງຮາກຖານການເມືອງຢູ່ນວ

0
1091

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ນະຄອນ ຫຼວງວຽງຈັນ (ນວ)ໄລຍະ 6 ເດືອນຕົ້ນປີ 2020 ແລະວາງທິດທາງ 6 ເດືອນທ້າຍປີ ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2020,ໂດຍການເປັນປະທານຂອງ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ຫົວໜ້າຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານ ຢູ່ນະຄອນຫຼວງວຽງຈັນ ມີ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍ ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ , ມີບັນດາຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານ ແລະ ພະນັກງານ-ນັກຮົບທີ່ລົງກໍ່ສ້າງຮາກຖານ ເຂົ້າຮ່ວມ.

ໃນພິທີ, ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຄະນະຊີ້ນຳວຽກງານກໍ່ສ້າງຮາກຖານຢູ່ນະຄອນ ຫຼວງວຽງຈັນ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບ ວ່າ: ພາຍຫຼັງກະຊວງ ປກສ ຫັນກຳລັງລົງກໍ່ສ້າງຮາກຖານ ຢູ່ນະຄອນຫຼວງວຽງຈັນ ເພື່ອສຸມໃສ່ແກ້ ໄຂສະພາບການກໍ່ອາຊະຍາກໍາ ປະເພດຕ່າງໆ ໂດຍສະ ເພາະບັນຫາອາຊະຍາກຳທາງດ້ານອາຍາ ເປັນຕົ້ນແມ່ນ: ດ້ານຢາເສບຕິດ ,ເສດຖະກິດ ,ແກ້ໄຂສະພາບແວດລ້ອມ ຢູ່ນະຄອນຫຼວງວຽງຈັນ, ຜ່ານການຈັດຕັ້ງປະຕິບັດ ໃນ 6 ເດືອນຕົ້ນປີ 2020 ຢູ່ນະຄອນຫຼວງວຽງຈັນ ມີຄະດີອາ ຍາ ເກີດຂຶ້ນທັງ 736 ເລື່ອງ, ສາມາດແກ້ໄຂ ໄດ້501 ເລື່ອງ, ກັກຕົວຜູ້ຖືກຫາດໍາ ໄດ້ 1.369 ຄົນ ຍິງ151 ຄົນ.ໃນນີ້, ລັກຊັບພົນລະເມືອງ 128 ເລື່ອງ, ແກ້ໄຂໄດ້ 98 ເລື່ອງ, ກັກຜູ້ຖືກຫາ 239 ຄົນ ຍິງ 7 ຄົນ. ນອກນີ້, ກຳລັງກໍ່ສ້າງຮາກຖານ ຍັງໄດ້ສຸມໃສ່ແກ້ໄຂການຊື້-ຂາຍ ແລະ ເສບຢາເສບຕິດ ສາມາດກັກຕົວໄດ້ທັງໝົດ 809 ຄົນ ຍິງ 82 ຄົນ; ໃນນີ້, ຊື້-ຂາຍຢາເສບຕິດ 523ຄົນ ຍິງ 59 ຄົນ, ມ້າງກຸ່ມແກ້ງມົ້ວສຸມເສບຢາເສບຕິດໄດ້286 ຄົນ ຍິງ23 ຄົນ, ຢືດຂອງກາງຢາບ້າໄດ້ 1.961.614 ເມັດ, ຢາໄອສ໌ 500 ກວ່າກິໂລກຼາມ, ກັນຊາ 51,6 ກິ ໂລ, ປືນ 29 ກະບອກ,ກະສູນປືນ 85 ລູກ ແລະເຄື່ອງອື່ນໆຈໍານວນໜຶ່ງ.

ໃນໂອກາດນີ້, ທ່ານ ປອ ສິນລະວົງ ຄຸດໄພທູນ ກໍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ປະຕິບັດໄດ້ ເຮັດໃຫ້ນະຄອນຫຼວງວຽງຈັນ ມີຄວາມສະ ຫງົບປອດໄພດີຂຶ້ນ. ພ້ອມທັງ ເນັ້ນໃຫ້ກຳລັງກໍ່ສ້າງຮາກຖານການເມືອງ ຢູ່ນະຄອນ ຫຼວງວຽງຈັນ ຈົ່ງສືບຕໍ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກຳ ທີ່ຈະເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ ເປັນຕົ້ນແມ່ນ: ບັນຫາຄ້າມະນຸດ,ປຸ້ນຈີ້-ຊິງຊັບ, ລັກຊັບ, ຢາເສບຕິດ ແລະອື່ນໆ.ຄຽງຄູ່ກັນນີ້, ຕ້ອງຊ່ວຍກັນແກ້ໄຂບັນຫາຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ໃຫ້ທົ່ວທຸກພື້ນທີ່ ເພື່ອຮັບປະກັນໃຫ້ນະຄອນຫຼວງວຽງຈັນ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເທື່ອລະກ້າວ.