ກົມໃຫຍ່ການເມືອງປກສ ເຊື່ອມຊຶມມະຕິສູນກາງພັກ ແລະ ປະກາດການຈັດຕັ້ງ

0
1410

ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນ ກາງພັກ ສະໄໝທີ X, ມະຕິວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່, ມະຕິວ່າດ້ວຍການຍົກສູງຄຸນນະ ພາບການດຳເນີນຄະດີ ຕາມຂະບວນການຍຸຕິທຳ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກກົມໃຫຍ່ການ ເມືອງປ້ອງກັນຄວາມສະ ຫງົບ ແລະ ປະກາດການຈັດຕັ້ງ ອ້ອມຂ້າງກົມໃຫຍ່ການ ເມືອງ ໃນວັນທີ 24 ກັນຍາ 2020, ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຮອງເລຂາຄະນະພັກ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກກະຊວງ, ພ້ອມດ້ວຍ ຄະນະພັກກົມໃຫຍ່ ແລະ ພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງກົມໃຫຍ່ ເຂົ້າຮ່ວມ.

  ພຈົວ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຍົກໃຫ້ເຫັນ ມະຕິວ່າດ້ວຍການເພີ່ມທະວີວຽກ ງານປ້ອງກັນຄວາມສະຫງົບໃນສະພາບການໃໝ່  ທັດສະນະຂອງພັກ ຕໍ່ວຽກງານປ້ອງກັນຄວາມສະຫງົບວ່າ: ວຽກງານປ້ອງກັນຄວາມສະ ຫງົບ ເປັນວຽກງານຍຸດທະສາດສໍາຄັນຕົ້ນຕໍຂອງພັກ-ລັດ ໃນພາລະກິດປົກປັກສາຮັກສາ ແລະ ສ້າງສາພັດທະນປະເທດຊາດ, ມີລັກສະນະຕັດສິນຕໍ່ການຄົງຕົວ ແລະ ຂະຫຍາຍຕົວ ຂອງປະເທດຊາດ ພາຍໃຕ້ການນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງ ປະຊາຊົນປະຕິວັດລາວ. ພື້ນຖານປ້ອງກັນຄວາມສະຫງົບ ແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ, ຍຶດໝັ້ນ ແລະ ປະຕິ ບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ.

ສ້າງທ່າສະໜາມປ້ອງກັນຄວາມສະຫງົບ ຕາມທິດ 3 ສ້າງ, ກໍາລັງພື້ນຖານປ້ອງກັນຄວາມສະຫງົບ ແມ່ນກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນລາວທັງຊາດ, ກໍາລັງແຮງຂອງລະບົບການເມືອງ, ເສດຖະ ກິດ, ວັດທະນະທໍາ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ ແລະ ກໍາລັງແຮງທາງດ້ານການພົວພັນຕ່າງປະເທດ,ໃນນັ້ນ ກຳລັງປ້ອງກັນຄວາມສະ ຫງົບປະຊາຊົນ ເປັນກຳລັງຫຼັກແຫຼ່ງແກ່ນສານ, ພັກເຮົາຍາມໃດ ກໍຖືຄວາມສະຫງົບ ເປັນເງື່ອນໄຂພື້ນຖານຮັບປະກັນໃຫ້ແກ່ການພັດທະ ນາ, ຢາກພັດທະນາ ໄດ້ກໍຕໍ່ເມື່ອມີຄວາມສະຫງົບປອດໄພ, ໃນໄລຍະໃໝ່ນີ້ຕ້ອງຮູ້ເສີມສ້າງ ແລະ ຍົກລະດັບການຊົມໃຊ້ໝາກຜົນຂອງການພັດທະນາຢ່າງຍຸຕິທຳ ແລະ ທົ່ວເຖິ່ງ ເພື່ອຮັບປະກັນໃຫ້ແກ່ຄວມສະຫງົບ.

ໃນໂອກາດນີ້, ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການໂຍກຍ້າຍນາຍຕຳຫຼວດ ທີ່ຂຶ້ນກັບກົມໃຫຍ່ການເມືອງ ປກສ, ໃນນີ້ ໄດ້ໂຍກຍ້າຍ ພັທ ມິ່ງແກ້ວ ວົງຄຳພາ ຈາກກົມໃຫຍ່ການເມືອງ ປກສ ໄປຮັບໜ້າທີ່ໃໝ່ ຢູ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພັອ ນາງ ວັດຊະລີ ສິດທິລືໄຊ ຈາກຫ້ອງແມ່ຍິງ ກະຊວງ ປກສ ເປັນຫົວໜ້າກົມປະກັນສັງຄົມ, ພັທ ນາງ ຈັນທີ ເນົາວະລາດ ເປັນຮອງຫົວໜ້າກົມປະກັນສັງຄົມ, ພັທ ໂກສິນ ມີພ້ອມວົງ ແລະ ພັທ ຍອດຊາຍ ດວງສີຫາລາດ ຈາກຫ້ອງການກົມໃຫຍ່ ເປັນຮອງຫົວໜ້າກົມປະກັນສັງຄົມ, ພັອ ວັນນະເລດ ບຸດຕະວົງ ເປັນຫົວໜ້າຫ້ອງການກຳມະບານ ກະຊວງ ປກສ, ພັທ ນາງ ຄຳຢາດ ວິໄລວັນ ເປັນຫົວໜ້າຫ້ອງແມ່ຍິງ ກະຊວງ ປກສ.

ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວຄືເກົ່າ, ພັທ ພາແກ້ວ ວິພົນຮຽນ ຈາກກົມກໍ່ສ້າງກຳລັງ ເປັນຫົວໜ້າສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ຫ້ອງການກົມໃຫຍ່, ພັທ ຄຳໃສ ຊາຍຜາ ຈາກຫ້ອງການເມືອງ ເປັນຮອງ ແລະ ຮອ ໄຄທອງ ເທສີບາບຸດ ເປັນຮອງຫົວໜ້າສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ຫ້ອງການກົມໃຫຍ່, ພັທ ແສງຈັນ ພັນທະວົງ ເປັນຫົວໜ້າ ແລະ ພັຕ ນາງ ຂັນທະລີ ສີສົມວົງ ເປັນຮອງຫົວໜ້າພະແນກຄຸ້ມຄອງພະນັກງານບໍານານ ກົມນະໂຍບາຍ, ພັທ ນາງ ບຸນໄພ ຈັນແກ້ວວິໄລ ເປັນຫົວໜ້າ ແລະ ຮອ ສຸລິເດດ ຄຳມະວົງ ເປັນຮອງພະແນກຄຸ້ມຄອງເອກະສານ ແລະ ຂາເຂົ້າ-ຂາອອກ ກົມໃຫຍ່ການເມືອງ ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວຄືເກົ່າ.  

ພ້ອມທັງ ຜ່ານມະຕິຕົກລົງ ຂອງຄະນະພັກກົມໃຫຍ່ການເມືອງ ປກສ ວ່າດ້ວຍການອະນຸມັດສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ. ໃນນີ້ ບົ່ງຕົວແຕ່ງຕັ້ງ ພັອ ນາງ ວັດຊະລີ ສິດທິລືໄຊ ເປັນເລຂາໜ່ວຍພັກຮາກຖານກົມປະກັນສັງຄົມ, ພັທ ນາງ ຈັນທີ ເນົາວະລາດ ແລະ ພັທ ໂກສິນ ມີພ້ອມວົງ ເປັນຮອງເລຂາ, ພັທ ນາງ ຄຳຢາດ ວິໄລວັນ ເປັນເລຂາຄະນະໜ່ວຍພັກຫ້ອງສະຫະພັນແມ່ຍິງ ກະຊວງ ປກສ, ພັທ ນາງ ບຸນທະວີ ພິລາວັນ ເປັນຮອງເລຂາ ແລະ ພັທ ນາງ ຈັນຖະໜອນ ວົງຊົມພູ ເປັນຜູ້ກວດກາຄະນະໜ່ວຍພັກ ຫ້ອງສະຫະພັນແມ່ຍິງ ກະຊວງ ປກສ.