ເຜີຍແຜ່ວຽກງານສະກັດກັ້ນອັກຄີໄພໃຫ້ແພດ-ໝໍ ໂຮງໝໍເສດຖາ

0
1262

ວັນທີ 24 ກັນຍາ ນີ້, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລົງເຜີຍແຜ່ວຽກ ງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ພະນັກງານແພດໝໍ ໂຮງໝໍເສດຖາ, ມີ ທ່ານ ດຣ ວໍລະຈິດ ທິບພະກຸນ ອໍານວຍການໂຮງໝໍເສດຖາ ເຂົ້າຮ່ວມ.

ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ອະທິບາຍກ່ຽວກັບວິທີສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ເກີດອັກຄີໄພ, ພ້ອມທັງຍົກໃຫ້ເຫັນເຖິງສາເຫດຂອງການເກີດອັກຄີໄພ ເຊີ່ງສ່ວນຫຼາຍແມ່ນເກີດຈາກການປະມາດຂາດສະຕິຂອງຄົນເຮົາ, ການໃຊ້ສາຍໄຟເກົ່າ ທີ່ບໍ່ມີການປ່ຽນຖ່າຍ, ການສຽບປັກປະມ້ຽນ, ການຈູດຂີ້ເຫຍື້ອຊະຊາຍ, ໄຕ້ທູບ-ທຽນບູຊາ ແລະອື່ນໆ ທີ່ເປັນສາເຫດຕົ້ນຕໍຂອງການເກີດອັກຄີໄພ. ພ້ອມນັ້ນ, ຍັງໄດ້ອະທິບາຍກ່ຽວກັບປະເພດບັ້ງມອດໄຟ, ການນໍາໃຊ້ບັ້ງມອດໄຟໃຫ້ຖືກວິທີ, ການຊ່ວຍເຫຼືອຄົນເຈັບ ແລະ ການມອດໄຟເບື້ອງຕົ້ນ ເມື່ອເກີດມີອັກຄີໄພ.

ພະນັກງານ,ແພດ-ໝໍ ກໍໄດ້ລົງສາທິດຕົວຈິງໃນການເຂົ້າມອດໄຟ ດ້ວຍການໃຊ້ບັ້ງມອດໄຟ ເຂົ້າມອດໃນເວລາເກີດເຫດ, ການໃຊ້ມືເປົ່າມອດໄຟຈາກຖັງແກ໊ດ, ເຊີ່ງເຫັນວ່າ ພະນັກງານທຸກຄົນມີຄວາມເອົາໃຈໃສ່ໃນການຮັບຟັງ ແລະ ຮັບຮູ້-ເຂົ້າໃຈດີຕໍ່ຜົນຮ້າຍຂອງອັກຄີໄພທີ່ສົ່ງຜົນກະທົບຕໍ່ກັບຊັບສິນ ແລະ ຊີວິດ. ໃນໂອກາດນີ້, ພັທ ບຸນຍົງ ໄຊປັນຍາ ກໍໄດ້ມອບໃບ ຢັ້ງຢືນສໍາເລັດການຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ໂຮງໝໍເສດຖາ ຕາງໜ້າຮັບໂດຍ ທ່ານ ດຣ ວໍລະຈິດ ທິບພະກຸນ.