ປກສ ແຂວງຈຳປາສັກ ປະກາດນາຍຕໍາຫຼວດພັກການຮັບອຸດໜູນບຳນານ

0
1200

ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດພິທີປະກາດນາຍຕໍາຫຼວດພັກການຮັບອຸດໜູນບໍານານ ໃນວັນທີ 17 ກັນຍາ 2020, ເປັນປະ ທານໂດຍ ພັອຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍ ນາຍຕໍາຫຼວດທີ່ໄດ້ຮັບການຮັບອຸດໜູນບຳນານ ເຂົ້າຮ່ວມ.

ພັທ ເກດແກ້ວ ບຸນສະຫວັດ ຮອງຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປກສ ວ່າດ້ວຍການອະນຸດມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບຳນານ ຢູ່ກອງບັນຊາການ ປກສ ແຂວງຈຳປາສັກ ລວມມີ 32 ສະຫາຍ ຍິງ 3 ສະຫາຍ,ໃນນັ້ນ ມີນາຍຕຳຫຼວດຈາກ ປກສ ເມືອງມຸນລະປະໂມກ ມີ 3 ສະຫາຍ, ປກສ ແຂວງຈຳປາສັກ 5 ສະຫາຍ,ໂຮງຮຽນ ປກສ ຊັ້ນສູງເລກ 4 ຈຳນວນ 2 ສະຫາຍ, ຄ້າຍຄຸມ ຂັງ-ດັດສ້າງ1ສະຫາຍ, ປກສ ນະຄອນປາກເຊ 2 ສະຫາຍ, ປກສ ເມືອງໂຂງ 5 ສະຫາຍ, ປກສ ເມືອງປະທຸມພອນ 2 ສະຫາຍ, ປກສ ເມືອງໂພນທອງ 5 ສະຫາຍ, ປກສ ເມືອງປາກຊ່ອງ 4 ສະຫາຍ, ປກສ ເມືອງຊະນະສົມບູນ 2 ສະຫາຍ ແລະ ປກສ ເມືອງສຸຂຸມາ 1 ສະຫາຍ.

ໃນໂອກາດນີ້, ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ຂອງບັນດາສະຫາຍທີ່ຍາດມາໄດ້ ແລະ ມີຮັບຜົນສຳເລັດຕາມລະດັບຄາດໝາຍ.ຈາກນັ້ນ, ຍັງໄດ້ຮຽກຮ້ອງໃຫ້ສະຫາຍ ທີ່ໄດ້ພັກການຮັບອຸດໜູນບຳ ນານໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ເປັນເຈົ້າການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຖິ່ນຖານຂອງຕົນ ພ້ອມທັງເປັນແບບ ຢ່າງສຶກສາອົບຮົມລູກຫຼານຂອງຕົນ ກໍຄື ພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກລະບຽບກົດໝາຍ ຂອງລັດ ເພື່ອພ້ອມກັນສ້າງສາພັດທະນາ ປະເທດຊາດ ໃຫ້ຈະເລີນກ້າວໜ້າ.