ປກສ ແຂວງຈຳປາສັກ ປະກາດເລື່ອນຊັ້ນ ໃຫ້ນາຍຕຳຫຼວດ

0
957

ກອງບັນຊາການ ປກສ ແຂວງຈຳປາສັກ ປະກາດເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ໃນວັນທີ 18 ກັນຍາ 2020 ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາຈາກບັນດາຫ້ອງ, ພ້ອມດ້ວຍ ປກສ ເມືອງ-ນະຄອນ, ໂຮງຮຽນ ປກສ ຊັ້ນສູງເລກ 4 ແລະ ກອງພັນປ້ອງກັນເຄື່ອນທີ່ ເຂົ້າຮ່ວມ.

ພັທ ເກດແກ້ວ ບຸນສະຫວັດ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1721/ປກສ, ລົງວັນທີ1 ກັນຍາ 2020 ວ່າດ້ວຍການເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງຈໍາປາສັກ, ໂດຍປະຕິບັດຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂ ຂອງການເລື່ອນຊັ້ນທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ.ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ 17 ສະຫາຍ.

ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ເໜັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບໃຫ້ສູງຂຶ້ນ ເປັນແບບຢ່າງທີ່ດີໃຫ້ແກ່ກຳລັງປກສ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີບາດກ້າວໃໝ່.