ຊາວໜຸ່ມຮາກຖານ ປກສ ແຂວງສາລະວັນ ສະຫຼຸບຜົນງານ 1 ປີ

0
771

ຄະນະຊາວໜຸ່ມຮາກຖານ ປກສ ແຂວງສາລະວັນ ໄດ້ປະຊຸມສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ໃນວັນທີ 23 ກັນຍາ 2020 ເປັນປະທານໂດຍ ພັທ ດວງເພັດ ພົມມະຈັນ ເລຂາຄະນະຊາວໜຸ່ມຮາກຖານ ປກສ ແຂວງສາລະວັນ,ມີ ພັທ ແພງສີ ໄຊຍະເພັດ ຮອງກອງບັນຊາການ ປກສ ແຂວງ,​ມີບັນດາອົງການຈັດຕັ້ງຊາວໜຸ່ມ,ແມ່ຍິງ,ກໍາມະບານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ສະຫາຍ ພັຕ ທະນາພອນ ແກ້ວອຸ່ນເຮືອນ ຄະນະຊາວໜຸ່ມຮາກຖານປກສແຂວງ ໄດ້ຜ່ານບົດສະຫຼຸບກ່ຽວກັບການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີ 2020 ວ່າ: ໃນໄລຍະ 1 ປີ ຄະນະຊາວໜຸ່ມຮາກຖານ ປກສ ແຂວງສາລະວັນ ໄດ້ເອົາ ໃຈໃສ່ປັບປຸງການຈັດຕັ້ງແຕ່ລະຂັ້ນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນເອງຢ່າງຕັ້ງໜ້າ ແລະ ຖືເອົາການ ເຄື່ອນໄຫວວຽກງານວິຊາສະເພາະຕໍາຫຼວດຕິດພັນ ແລະ ສອດຫ້ອຍເຂົ້າໃນຂົງ ເຂດວຽກງານຕາມການມອບໝາຍຂອງອົງການ ຈັດຕັ້ງທັງສາຍຕັ້ງແລະສາຍຂວາງ,ອົບຮົມ-ເຊື່ອມຊຶມຄໍາແນະນໍາ,ມະຕິ,ຄຳສັ່ງ,ຂໍ້ຕົກ ລົງ,ລະ ບຽບກົດໝາຍ,ວິໄນຂອງກໍາລັງ ປກສ ໂດຍຕິດພັນກັບຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຢ່າງແຂງແຮງ. ຕະຫຼອດໄລຍະຜ່ານມາ ຄະນະຊາວ ໜຸ່ມ ຮາກຖານ ແລະ ສະມາຊິກ ສາມາດເຄື່ອນໄຫວວຽກງານຂອງຕົນ ເຊັ່ນ: ອອກແຮງງານອະນາໄມ ລວມ 34 ຄັ້ງ,​ 926 ແຮງງານ,ປ້ອງ ກັນສຳນັກງານອົງການວັນບຸນສຳຄັນຕ່າງໆ ຂອງພັກຂອງຊາດ ຈຳນວນ 164 ສະຫາຍ, ລົງເຜີຍແຜ່ກົດລະ ບຽບຈະລາຈອນ, ຜົນຮ້າຍຂອງສິ່ງເສບຕິດ ຢູ່ບັນດາໂຮງຮຽນແຫ່ງຕ່າງໆ 5 ຄັ້ງ ມີຜູ້ເຂົ້າຮ່ວມ ຮັບຟັງ 1.524 ຄົນ,ປັບປຸງ-ຍົກລະດັບໃຫ້ພະນັກງານ,ປັບປຸງແບບແຜນວິທີເຮັດວຽກ, ລະບົບການສ່ອງແສງລາຍງານວຽກງານປະຈຳວັນ-ອາທິດ,​ເດືອນ,ປີ ເພື່ອຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ເຮັດໃຫ້ສະມາຊິກຊາວໜຸ່ມ ມີຄວາມອຸ່ນອຽນທຸ່ນທ່ຽງ,ດຸໝັ່ນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ,ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດທຸກມະຕິຄຳສັ່ງຢ່າງເຂັ້ມງວດ,ມີຄວາມບຸກໜ້າບືນຕົວເຂົ້າໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານຜູ້ສືບທອດດີເດັ່ນ, ເປັນສະມາຊິກ ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ.

ໂອກາດນີ້, ພັທ ແພງສີ ໄຊຍະເພັດ ໄດ້ໂອ້ລົມສະມາຊິກ ແລະ ຄະນະຊາວໜຸ່ມຮາກຖານ ວ່າ: ການຮັກສາໝາກຜົນຂອງການປະຕິວັດ ລ້ວນແລ້ວແຕ່ຮຽກຮ້ອງຕ້ອງການເຖິງກຳລັງແຮງຂອງຊາວໜຸ່ມໃນຍຸກສະໄໝ ເປັນກົງຈັກຫຼັກ ແຫຼ່ງ ໂດຍສະເພາະ ການສ້າງສາພັດທະນາປະເທດ ຊາດ,ພັດທະນາອົງການຈັດຕັ້ງທ້ອງຖິ່ນຂອງຕົນ ໃຫ້ມີຄວາມສີວິໄລກ້າວຂຶ້ນ,ໂດຍເນັ້ນໃສ່ 7ບັນຫາຫຼັກ ທີ່ຊາວໜຸ່ມຈະໄດ້ສືບຕໍ່ແກ້ໄຂ ແລະເຮັດໃຫ້ສຳເລັດໃນປັດຈຸບັນ ຄື: ສະກັດກັ້ນ ແລະ ຕ້ານການມົ້ວສຸມສິ່ງເສບຕິດ,ອາຊະຍາກຳສັງຄົມ ແລະ ອອນລາຍ, ເອົາໃຈໃສ່ຂະຫຍາຍຕາ ໜ່າງວຽກງານວິຊາສະເພາະ, ການສ້າງກໍາລັງແຮງໃຫ້ບຸກຄົນ-ພົນລະເມືອງໄດ້ນຳໃຊ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ, ການຫຼີ້ນກິນພຸມເຟືອຍ, ການຄ້າມະນຸດໂສເພນີ,ແຮງງານຂອງຊາວຕ່າງປະເທດ ທີ່ເຂົ້າມາພັກອາໃສແບບເລື່ອນລອຍ,ການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ ແລະ ປະກົດການຫຍໍ້ທໍ້ພາຍນອກ-ໃນກົງການຈັດຕັ້ງໃຫ້ໄດ້ແຕ່ຫົວທີ່.