ກອງພັນ 206 ສະຫຼຸບບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2020

0
578

ບັ້ນດໍາເນີນຊີວິດການເມືອງ ຂອງຄະນະພັກຮາກຖານກອງພັນ 206 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ປະຈໍາປີ 2020 ໃນການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນໃນກໍາລັງປ້ອງກັນຄວາມສະຫງົບ ຈັດແບ່ງປະເພດແຂງ ໄດ້ 213 ສະຫາຍ ກວມເອົາ 98,61%.

ພັທ ຄໍາທີ ເພົ້າບຸນລະປານ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກອງພັນ 206 ກ່າວວ່າ: ການດໍາເນີນບັ້ນຊີວິດການເມືອງຂອງກອງພັນ 206 ໄດ້ນໍາເອົາເອກະສານຄຳສັ່ງແນະນຳຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະບັບເລກທີ 03/ຄພ.ປກສ, ລົງວັນທີ 12 ພະຈິກ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນກຳລັງປ້ອງກັນຄວາມສະຫງົບ ມາຈັດຕັ້ງເຊື່ອມຊຶມ ເຜີຍແຜ່ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດໃນຄວາມຮັບຜິດຊອບຢ່າງທົ່ວເຖິງ,ໄດ້ແນະນໍາຮ່າງສະຖິຕິຕ່າງໆ, ແນະນໍາການຂຽນໃບສໍາຫຼວດ, ຕີລາຄາຈັດແບ່ງປະເພດກົມກອງລວມໝູ່, ແບ່ງປະເພດບຸກຄົນໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ. ຜ່ານການຈັດຕັ້ງປະຕິບັດຕີລາຄາແບ່ງປະເພດກົມກອງລວມໝູ່ ມີສະມາຊິກຈັດຢູ່ໃນປະເພດແຂງ 213 ສະຫາຍ ກວມເອົາ 98,61%,​ ປະເພດກາງ 2 ສະຫາຍ ກວມເອົາ 0,92%, ບໍ່ໄດ້ຈັດປະເພດ 5 ສະຫາຍ ກວມເອົາ 2,26%.

ພິທີດັ່ງກ່າວ,ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2020 ເຂົ້າຮ່ວມໂດຍ ພັທ ຈັນທອນ ແກ້ວມະນີວົງ ຄະນະພັກກອງບັນຊາການ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ພັທ ທະນາສັກ ພອນພະຈັນ ຄະນະພັກກອງບັນ ຊາການ ເລຂາຄະນະພັກ ຫົວໜ້າກອງພັນ 206, ມີຄະນະ ພັກ-ຄະນະກອງພັນ, ສະມາຊິກພັກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.