ສົນທະນາການປົກປ້ອງເດັກ ຈາກໄພຄຸກຄາມສື່ສັງຄົມອອນລາຍ

0
716

ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດເວທີສົນທະນາການປົກປ້ອງເດັກ ຈາກໄພຄຸກຄາມສື່ສັງຄົມອອນລາຍໃນວັນທີ 25 ກັນຍາ 2020 ເປັນປະທານໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງ ໄປສະນີ,ໂທລະຄົມມະນາຄົມແລະການສື່ສານ, ປະທານຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ມີຄະນະກົມ-ທຽບເທົ່າ, ວິທະຍາກອນຈາກສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສິນທາງຄອມພິວເຕີ,ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ,ພ້ອມດ້ວຍ ອົງການຢູນິເຊບ ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທອງໃສ ຊານໄຊຍະ ກ່າວວ່າ: ນັບວ່າເປັນຄັ້ງທໍາອິດ ທີ່ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂອງກະ ຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດເວທີສົນທະນານີ້ຂຶ້ນ ເພື່ອເປັນການສົນທະນາແລກປ່ຽນບົດຮຽນເຊິ່ງກັນແລະກັນ ລະຫວ່າງພາກລັດ ແລະ ອົງການຈັດຕັ້ງສາກົນ, ທັງເປັນການຊຸກຍູ້ໃຫ້ແກ່ພະນັກງານ-ລັດຖະກອນ ກໍຄື ພໍ່ແມ່ຜູ້ປົກຄອງໃນຂົງເຂດກະ ຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຮັບຮູ້ ແລະ ເຂົ້າໃຈການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ ແລະ ປອດໄພ,ໂດຍສະເພາະ ກົດໝາຍ, ລະບຽບການໃນການນໍາໃຊ້ສື່ສັງຄົມອອນລາຍ, ພ້ອມທັງ ບັນດາອຸປະສັກ, ສິ່ງທ້າທ້າຍໃນການຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້ຕ່າງໆ, ເຊິ່ງປັດຈຸບັນ ພັກ ແລະ ລັດຖະບານ ແຫ່ງ ສປປລາວ ໄດ້ໃຫ້ຄວາມສໍາຄັນຫຼາຍ ແລະ ເອົາໃຈໃສ່ທີ່ສຸດຕໍ່ການນໍາໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ ເຊິ່ງສະແດງອອກ ໃນສະຖິຕິຂອງຜູ້ຊົມໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍຕ່າງໆ ທີ່ນັບມື້ນັບເພີ້ມຈໍານວນຫຼາຍ ບໍ່ວ່າຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍ.ສະນັ້ນ,ໃນເມື່ອມີການນໍາໃຊ້ໃນວົງກວ້າງແລ້ວ ກໍປາສະຈາກບໍ່ໄດ້ທີ່ຈະມີຂໍ້ດີ ແລະ ຂໍ້ເສຍ ຄຽງຄູ່ກັນໄປ, ໂດຍສະເພາະ ຜົນກະທົບທາງດ້ານລົບ ເປັນຕົ້ນແມ່ນ ການໃສ່ຮ້າຍປ້າຍສີ, ຂໍ້ມູນທີ່ບໍ່ເປັນຄວາມຈິງ, ເປັນເຄື່ອງມືສວຍໃຊ້ກໍ່ ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ທັງເປັນການແບ່ງແຍກຄວາມສາມັກຄີ,ປອງດອງຂອງປະຊາຊົນ. ນອກ ຈາກ, ຜົນກະທົບທາງດ້ານລົບແລ້ວ ກໍຍັງມີດ້ານດີໃຫ້ຜູ້ຊົມໃຊ້ໃນຫຼາຍໆດ້ານເຊັ່ນກັນ ເປັນຕົ້ນແມ່ນ ການແລກ ປ່ຽນຂໍ້ມູນຄວາມຮູ້, ເຜີຍ ແຜ່ຂໍ້ມູນຂ່າວສານ ແລະ ສາລະຄວາມຮູ້, ເປັນຄັງຂໍ້ມູນ, ໂຄສະນາ ປະຊາສໍາພັນ ແລະ ທັງເປັນການສ້າງຕະຫຼາດການຄ້າຂາຍ ທີ່ເປັນທີ່ນິຍົມກັນໃນປັດຈຸບັນ.

ສໍາລັບເວທີສົນທະນາການປົກປ້ອງເດັກຈາກໄພຄຸກຄາມສື່ສັງຄົມອອນລາຍ ນັກວິທະຍາກອນ ກໍໄດ້ບັນລະຍາຍກ່ຽວກັບການນໍາໃຊ້ສື່ສັງ ຄົມອອນລາຍໃນປັດຈຸບັນ ແລະ ຜູ້ເຂົ້າຮ່ວມ ກໍຈະໄດ້ແລກປ່ຽນຄວາມຄິດເຫັນຮ່ວມກັນ ເພື່ອນໍາເອົາບົດຮຽນ, ປະສົບການໄປຈັດຕັ້ງຜັນຂະຫຍາຍ ໂດຍສະເພາະ ແມ່ນການສຶກສາອົບຮົມລູກ-ຫຼານໃຫ້ຮູ້ ຈັກນໍາສື່ສັງຄົມອອນລາຍ ຢ່າງຖືກຕ້ອງ ແລະ ມີຜົນປະໂຫຍດສູງສຸດ.