ນາຍົກລັດຖະມົນຕີ ກ່າວຄຳເຫັນໃນກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 75

0
1009

ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 75 ພາກອະພິປາຍທົ່ວໄປ ໃນປີນີ້ຈັດຂື້ນໃນວັນທີ 22-29 ກັນຍາ 2020,ທີ່ສຳ​ນັກ​ງານ​ໃຫ່​ຍ​ອົງ​ການ​ ສປຊທີ່ ​ນິວຢອກ, ສະ​ຫະ​ລັດ​ອາ​ເມ​ລິ​ກາພາຍ​ໃຕ້​ຫົວ​ຂໍ້ “ອະ​ນາ​ຄົດ​ທີ່​ພວກ​ເຮົາ​ຢາກ​ໄດ້, ອົງ​ການສ​ປ​ຊທີ່​ພວກ​ເຮົາ​ຕ້ອງ​ມີ: ຢືນ​ຢັນ​ຄືນ​ຄວາມ​ໝາຍ​ໝັ້ນ​ຮ່ວມ​ກັນ​ຕໍ່​ຂອບ​ການ​ຮ່ວມ​ມືຫຼາຍ​ຝ່າຍ” (The future we want, the United Nations we need: reaffirming our collective commitment to multilateralism). ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງພະບາດຂອງພະຍາດCovid-19, ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງບັນດາປະເທດຕ່າງໆບໍ່ສາມາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ດ້ວຍຕົນເອງ. ດັ່ງ ນັ້ນ, ອົງການ ສປຊ ຈຶ່ງຈັດກອງປະຊຸມໃນຮູບແບບທາງໄກ ແລະ ໃຫ້ບັນດາຜູ້ນຳຂອງປະເທດຕ່າງໆ ກ່າວຄຳເຫັນ ໂດຍຜ່ານການບັນທຶກວີດີໂອ ແທນການເຂົ້າຮ່ວມແບບປົກກະຕິ.

 ວີດີໂອບົດປາໄສຂອງ ທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ຖືກນໍາສະເໜີ ໃນວັນທີ 26 ກັນຍາ 2020, ໂດຍມີໃນເນື້ອໃນສໍາຄັນໃນການຕີລາຄາສູງ ຕໍ່ການພົວພັນສາກົນແບບຫຼາຍຝ່າຍ, ໂດຍສະເພາະ ພາຍໃຕ້ກົດບັດ ອົງການສະຫະປະຊາຊາດ ໃນການປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສົ່ງເສີມການຮ່ວມມືເພື່ອການພັດທະນາ ແລະ ການຊ່ວຍ ເຫຼືອຊຶ່ງກັນແລະກັນ ໃນການຮັບມືກັບສິ່ງທ້າທາຍຕ່າງໆ, ເປັນຕົ້ນ ການແກ້ໄຂຄວາມຂັດແຍ້ງດ້ວຍສັນຕິວິທີ, ການແກ້ໄຂຄວາມທຸກຍາກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ ແລະ ພະຍາດລະບາດ, ໂດຍສະເພາະ ການແຜ່ລະບາດຂອງ COVID-19 ທີ່ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງທາງດ້ານເສດຖະກິດ-ສັງຄົມ ຕໍ່ມວນມະນຸດພວກເຮົາ. ທ່ານ ໄດ້ຖືໂອກາດນີ້ ຊົມເຊີຍ ແລະ ຂອບ ໃຈຕໍ່ການຮ່ວມມື ແລະ ຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃນການຊ່ວຍເຫຼືອ ສປປ ລາວ ຮັບມືກັບບັນ ຫາການແຜ່ລະບາດຂອງ COVID-19 ຊຶ່ງໄດ້ຮັບຜົນດີພໍສົມຄວນ ມີພຽງ 23 ກໍລະນີຕິດເຊື້ອ ແລະ ບໍ່ມີຜູ້ເສຍຊີວິດ.

ທ່ານຍັງໄດ້ເນັ້ນໜັກ ເຖິງຄວາມສໍາຄັນຂອງກົດບັດ ສປຊ, ເຖິງວ່າ ຈະຜ່ານມາໄດ້ຫຼາຍກ່ວາ 7 ທົດສະວັດ ກໍ່ຕາມ, ແຕ່ຍັງແທດເໝາະກັບສະພາບປັດຈຸບັນ, ແຕ່ເຫັນວ່າ ຄວນມີການປະຕິຮູບ ເພື່ອເຮັດໃຫ້ ອົງການ ສປຊ ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດພາລະບົດບາດຂອງຕົນຢ່າງມີປະສິດທິພາບ ໃນສະພາບປັດຈຸບັນ. ນອກຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນແກ້ໄຂບັນຫາສິ່ງທ້າທາຍທີ່ສຳຄັນຕ່າງໆ ທີ່ເປັນອຸປະສັກຕໍ່ສັນຕິພາບ ແລະ ການພັດທະນາ. ໃນຕອນທ້າຍ ທ່ານໄດ້ລາຍງານສະພາບການພັດທະນາເສດຖະ ກິດ-ສັງຄົມ ຢູ່ ສປປ ລາວ ຊຶ່ງໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການແຜ່ລະບາດຂອງ COVID-19 ຊຶ່ງຈະເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບຕໍ່າ ແຕ່ກໍ່ອາດຈະບໍ່ເຖິງຂັ້ນຕິດລົບ. ໃນຕອນທ້າຍ ທ່ານໄດ້ຂໍການສະໜັບສະໜູນ ຕໍ່ການລົງສະໝັກຂອງ ສປປ ລາວ ເຂົ້າເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ສໍາລັບສົກປີ 2023-2025 ຊຶ່ງເປັນຄັ້ງທໍາອິດ ທີ່ ສປປ ລາວ ສະໝັກເຂົ້າເປັນສະມາຊິກຂອງອົງກອນດັ່ງກ່າວ. 

ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫ່ຍອົງການ ສປຊ ຈັດຂຶ້ນໃນເດືອນ ກັນຍາ ຂອງທຸກປີ ເພື່ອເປັນເວທີ ໃຫ້ແກ່ບັນດາຜູ້ນໍາຂອງໂລກ ໄດ້ພ້ອມກັນຕີລາຄາສະພາບການສາກົນ ແລະ ຖະແຫຼງນະໂຍບາຍແຫ່ງຊາດຂອງຕົນ ໃນການແກ້ໄຂບັນຫາຕ່າງໆເຫຼົ່ານັ້ນ. ນອກ ຈາກນີ້,ໃນໂອກາດດັ່ງກ່າວ ຍັງມີກອງປະຊຸມປິ່ນອ້ອມຕ່າງໆຈຳນວນຫຼາຍກອງປະຊຸມ ເປັນຕົ້ນ ກອງປະຊຸມລະດັບລັດຖະມົນຕີ ກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນ ຕິດທະເລ ແລະອື່ນໆ.