ກະຊວງ ຮສສ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ Vl

0
684

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບພະແນກ ຮສສ ນະຄອນຫຼວງວຽງຈັນ ແລະ ອົງການກາແດງລາວ ຈັດຕັ້ງບໍລິ ຈາກເລືອດ ດ້ວຍຄວາມສະໝັກໃຈ ຂຶ້ນໃນວັນທີ 25 ກັນຍາ ນີ້, ເພື່ອຕອບສະໜອງເລືອດໃຫ້ແກ່ຄົນເຈັບ ທີ່ກໍາລັງປິ່ນປົວຢູ່ໂຮງໝໍຕ່າງໆ ໃຫ້ພຽງພໍ, ທັງເປັນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ Vl ຂອງອົງຄະນະພັກ ກະຊວງ ຮສສ ທີ່ຈະຈັດຂຶ້ນໃນມໍ່ໆນີ້, ໂດຍມີ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ, ພ້ອມດ້ວຍ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງ ການກາແດງລາວ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ເຂົ້າຮ່ວມ.

ທ່ານ ປອ ຄໍາແພງ ໄຊສົມແພງ ຍົກໃຫ້ເຫັນວ່າ: ເລືອດ ກໍຄື ຊີວິດ, ຫຼໍ່ລ້ຽງ ທຸກພາກສ່ວນຂອງຮ່າງ ກາຍ, ຮ່າງກາຍທີ່ຂາດເລືອດ ເນື່ອງຈາກເຈັບປ່ວຍ ຫຼື ເກີດອຸບັດຕິເຫດ ເຮັດໃຫ້ເສຍເລືອດຫຼາຍ ເປັນອັນຕະລາຍເຖິງຊີວິດ ຖ້າບໍ່ໄດ້ຮັບເລືອດທົດແທນ. ດັ່ງທີ່ພວກເຮົາ ໄດ້ເຫັນນຳກັນໄລຍະນີ້ ໄດ້ມີການລະບາດຂອງພະຍາດໂຄວິດ-19,ການລະບາດຂອງພະຍາດໄຂ້ເລືອດອອກ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ.ທັງໝົດນັ້ນ ລ້ວນແຕ່ເປັນສາເຫດໃຫ້ຄວາມຕ້ອງການ ນຳໃຊ້ເລືອດເພື່ອຊ່ວຍຄໍ້າຊູຊີວິດ ນັບມື້ນັບຫຼາຍຂຶ້ນ ເພື່ອຮັບປະກັນໃຫ້ມີເລືອດ ສະໜອງໃຫ້ແກ່ຜູ້ທີ່ຕ້ອງການ ທີ່ປິ່ນປົວຢູ່ໂຮງໝໍ ໃນຂອບເຂດທົ່ວປະເທດ ຢ່າງພຽງພໍ ແລະ ເປັນການຈັດຕັ້ງປະຕິບັດການຊ່ວຍ ເຫຼືອດ້ານມະນຸດສະທໍາ ການບໍລິຈາກເລືອດ ຈຶ່ງເປັນໜ້າທີ່ອັນຈຳເປັນ ແລະ ສໍາຄັນຫຼາຍ ເພື່ອຊ່ວຍກອບກູ້ເອົາຊີວິດຂອງເພື່ອນມະນຸດດ້ວຍກັນ ເຊິ່ງການຮັບບໍລິຈາກເລືອດ ຕ້ອງໄດ້ເຮັດເປັນປະຈຳ ແລະຕໍ່ເນື່ອງ.

ການຮັບບໍລິຈາກເລືອດຄັ້ງນີ້, ຍັງສາມາດສົ່ງຕໍ່ ແລະ ເປັນການເຜີຍແຜ່ຜົນສຳເລັດໄປເຖິງ ການຈັດ  ຕັ້ງຕ່າງໆ ໃນຂອບເຂດທົ່ວປະເທດ ເພື່ອສືບ​ຕໍ່ສ້າງ​ເງື່ອນໄຂໃຫ້​ໜ່ວຍ​ງານ​ເລືອດ​​ເຂົ້າ​ໄປ​ປຸກລະດົມ ແລະ ຈັດຮັບ​ບໍລິຈາກ​ເລືອດຢູ່ແຕ່ລະພາກສ່ວນ ໃຫ້ໄດ້ປີລະ2 ຄັ້ງ ຫຼື ຫຼາຍກວ່ານັ້ນ ອີງຕາມເງື່ອນ ໄຂຕົວຈິງ ແນໃສ່ໃຫ້ມີຜູ້ສະໝັກໃຈບໍລິຈາກເລືອດເພີ່ມຫຼາຍຂຶ້ນ ແລະ ກ້າວໄປເຖິງການບັນລຸຕົວເລກຄາດໝາຍ ຜູ້ບໍລິ ຈາກເລືອດທີ່ວາງໄວ້ ໃນປີ 2020 ໃຫ້ໄດ້ 60.700 ຖົງ ແລະ ໃນປີ 2021 ໃຫ້ໄດ້ 64.000 ຖົງ, ເຊິ່ງການບໍລິຈາກເລືອດຄັ້ງນີ້ ມີຜູ້ເຂົ້າຮ່ວມບໍ ລິຈາກ ດ້ວຍຄວາມສະໝັກໃຈ 53 ຄົນ ໄດ້ເລືອດ 53 ຖົງ.